ຄະນະໂຄສະນາອົບຮົມແຂວງບໍ່ແກ້ວ ເປີດຮຽນເອກະສານອົບຮົມເປົ້າໝາຍທີ່ຈະຂະຫຍາຍເຂົ້າພັກ.
ໃນວັນທີ 22 ກັນຍາ 2015ຜ່ານມາ, ຢູ່ທີ່ຫ້ອງປະຊຸມ ຂອງຄະນະໂຄສະນາອົບຮົມແຂວງບໍ່ ແກ້ວ ໄດ້ເປີດຊຸດ ອົບຮົມເອກະສານເປົ້າໝາຍທີ່ຈະຂະຫຍາຍເຂົ້າພັກ ໃຫ້ແກ່ມະຫາຊົນທີ່ກ້າວໜ້າ ເຊິ່ງມາຈາກບັນດາພະແນກ ການອ້ອມຂ້າງແຂວງ, ເຂດເສດຖະກິດພິເສດສາມຫຼຽມຄຳ, ດ່ານພາສີສາກົນ, ຂົວມິດຕະພາບ 4 ແລະ ລັດວິສະຫະກິດຂອງ ລັດ, ພາຍໃຕ້ການເປັນປະທານຂອງ ທ່ານ ນ. ບົວວັນ ໄຕ ປະດິດຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ເຊິ່ງມີ ຜູ້ເຂົ້າ ຮ່ວມທັງໝົດ 18 ສະຫາຍ, ຍິງ 5 ສະຫາຍ. ບັ້ນອົບຮົມ ດັ່ງກ່າວ
ແມ່ນດຳ ເນີນເປັນເວລາ 4 ວັນ, ເລີ່ມແຕ່ວັນທີ 22-25 ກັນຍາ 2015. ຈຶ່ງສໍາເລັດລົງ.
ຈຸດປະສົງໃນການເປີດຊຸດອົບຮົມໃນຄັ້ງນີ້ ກໍເພື່ອສຶກສາອົບຮົມມະຫາຊົນກ້າວໜ້າໃຫ້ເຊື່ອມຊຶມ ແລະ ເຂົ້າໃຈ ແນວທາງຂອງພັກ ເພື່ອຝຶກຝົນຕົນເອງເພື່ອສ້າງເປັນເປົ້າໝາຍຂະຫຍາຍເຂົ້າເປັນສະມາຊິກ ພັກ.