ຄະນະປະຈຳພັັກແຂວງ, ກຳມະການພັກແຂວງ ແລະ ຫົວໜ້າພະແນກການອ້ອມຂ້າງແຂວງ 50 ກວ່າສະຫາຍວາງພວງມາລາເນື່ອງໃນວັນຊາດທີ 2 ທັນວາ ຄົບຮອບ 47 ປີ
ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ
ໃນຕອນເຊົ້າວັນທີ 1 ທັນວາ 2022 ຄະນະປະຈຳພັັກແຂວງ, ກຳມະການພັກແຂວງ ແລະ ຫົວໜ້າພະແນກການອ້ອມຂ້າງແຂວງ 50 ກວ່າສະຫາຍເຂົ້າວາງກະຕ່າດອກໄມ້ຢູ່ສະຖານທີ່ອານຸສາວະລີນັກຮົບນິລະນາມ (ຄ້າຍປ່າໄລ່) ແລະ ອະນຸສອນສະຖານປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດວັນສະຖາປະນາ ສປປລາວ ຄົບຮອບ 47 ປີ ແລະ ວັນຄ້າຍວັນກີດປະທານ ໄກສອນພົມ ວິຫານຄົບຮອບ 102 ປີ ໃຫ້ກຽດວາງພວງມາລາ ແລະ ກະຕ່າດອກໄມ້ຄັ້ງນີ້ໂດຍທ່ານ ປອ ບົວຄົງ ນາມມະວົງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆ ບໍ່ແກ້ວ, ມື້ນີ້ການນໍາພັກ-ລັດທົ່ວແຂວງບໍ່ແກ້ວໄດ້ນໍາເອົາພວງມາລາທີ່ງົດງາມມາວາງຢູ່ອານຸສາວະລີນັກຮົບນິລະນາມແຫ່ງນີ້ເພື່ອເປັນການໄຫ້ວອາໄລ ແລະ ລະນຶກເຖິ່ງມູນເຊື້ອ, ຄຸນງາມຄວາມດີອັນສະຫງ່າງາມ ແລະ ອົງອາດກ້າຫານຂອງບັນດານັກຮົບນິລະນາມ ທີ່ໄດ້ເສຍສະຫຼະຊີວິດ, ເລືອດເນື້ອ ເພື່ອປະເທດຊາດ ເພື່ອປະຊາຊົນ ໃນຂະບວນການປະຕິວັດຊາດ ຕະຫຼອດໄລຍະຜ່ານມາ ຍ້ອນຜົນງານຂອງບັນດາສະຫາຍ ປະເທດຊາດຂອງພວກເຮົາຈຶ່ງຫຼຸດພົ້ນອອກຈາກການກົດຂີ່ຂູດຮີດ, ສາມາດຍາດໄດ້ໄຊຊະນະຢ່າງສົມບູນ ແລະ ໄດ້ຮັບການພັດທະນາດີຂຶ້ນ,ຂໍໃຫ້ດວງວິນຍານຂອງບັນດາສະຫາຍຈົ່ງຮັບຮູ້ ແລະ ດົນບັນດານໃຫ້ແຂວງບໍ່ແກ້ວ, ພົ້ນຈາກໄພອັນຕະລາຍທັງປວງ, ເຮັດໃຫ້ແຂວງ ບໍ່ແກ້ວໄດ້ຮັບການພັດທະນາສູງຂຶ້ນຢ່າງຕໍ່ເນື່ອງ ແລະ ເອົາກະຕ່າດອກໄມ້ທີ່ງົດງາມ, ຫອມຫວນ ແລະ ສົດໃສ ເຊິ່ງເປັນສິ່ງແທນດວງໃຈຂອງປວງຊົນລາວຊາວ ແຂວງບໍ່ແກ້ວ ເຂົ້າມານ້ອມເຄົາລົບຕໍ່ອານຸສອນສະຖານຂອງທ່ານເພື່ອສະແດງຄວາມອາໄລຮັກຢ່າງສຸດຊຶ້ງ, ຄວາມກະຕັນຍູຮູ້ບຸນຄຸນຕໍ່ປະທານໄກສອນ ພົມວິຫານ ອາດີດການນໍາສູງສຸດຂອງພັກຜູ້ກໍ່ຕັ້ງພັກປະຊາຊົນປະຕິວັດລາວ, ຜູ້ສ້າງຕັ້ງກອງທັບປະຊາຊົນລາວແລະເປັນຜູ້ວາງແນວທາງປ່ຽນແປງໃໝ່ຂອງພັກທີ່ສະຫຼາດສ່ອງໃສ, ຍ້ອນພາລະກິດ ແລະ ບຸນຄຸນຂອງທ່ານທີ່ໄດ້ສ້າງມານັ້ນຈື່ງເຮັດໃຫ້ປະເທດຊາດຂອງພວກເຮົາຫຼຸດພົ້ນອອກຈາກການກົດຂີ່
ໜ່ວຍຊາວໜຸ່ມຄະນະໂຄສະນາອົບຮົມແຂວງ
ຈັດພິທີປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2022 ໃນວັນທີ 25 ຕຸລາ 2022
ພິທີປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2022 ໄດ້ຈັດຂື້ນໃນວັນທີ 25 ຕຸລາ 2022 ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວໃຫ້ກຽດເປັນປະທານ ຂອງທ່ານ ອຸ່ນແສງທຸນອິນໃຈ ຮອງຫົວໜ້າ ຄະນະໂຄສະນາອົບຮົມແຂວງ ຜູ້ຊີ້ນຳວຽກງານມາຫາຊົນ ມີບັນດາແຂກຕາງໜ້າຈາກຄະນະບໍລິຫານງານຊາວໜຸ່ມແຂວງ ແລະ ສະມາຊິກຊາວໜຸ່ມພາຍໃນຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດ 14 ສະຫາຍ, 3 ສະຫາຍ
ໜ່ວຍຊາວໜຸ່ມຄະນະໂຄສະນາອົບຮົມແຂວງ ແມ່ນອົງການຈັດຕັ້ງໜຶ່ງທີ່ຢູ່ພາຍໃຕ້ການຊີ້ນຳໆພາໂດຍກົງຂອງຄະນະພັກຄະນະໂຄສະນາ-ອົບຮົມແຂວງ ແລະ ມີສາຍຕັ້ງຂຶ້ນກັບຄະນະບໍລິຫານງານ ຊາວໜຸ່ມ ປປ ລາວ ແຂວງ ບໍ່ແກ້ວ; ປັດຈຸບັນໜ່ວຍຊາວໜຸ່ມຂອງຄະນະໂຄສະນາອົບຮົມແຂວງ ມີຄະນະໜ່ວຍຈຳນວນ 3 ສະຫາຍ ເຊິ່ງໃນປັດຈຸບັນປະກອບມີສະມາຊິກທັງໜົດ 9 ສະຫາຍ, 5 ສະຫາຍ, ສະມາຊິກຊາວໜຸ່ມທີ່ໄດ້ສະເໜີອອກຈາກການເປັນສະມາຊິກຊາວໝຸ່ມ ປີ2022 ນີ້ມີຈຳນວນ 1 ສະຫາຍ, ຍິງ 1 ສະຫາຍ, ສະມາຊິກຊາວໜຸ່ມທີ່ມີໜ້າຕົວຈິງທັງໜົດ 8 ສະຫາຍ ຍິງ 4 ສະຫາຍ, ອາສາສະມັກ 2 ສະຫາຍ, ຍິງ 0 ສະຫາຍ, ສະມຊິກຊາວໜຸ່ມທີ່ໄປຍົກລະດັບຈຳນວນ 1 ສະຫາຍ, ຍິງ 1 ສະຫາຍ,ສະມາຊິກຊາວໜຸ່ມໄດ້ພ້ອມກັນເຂົ້າຮ່ວມທຸກຂະບວນການວຽກງານຂອງຄະນະໂຄສະນາອົບຮົມແຂວງ, ວຽກງານຊາວໜຸ່ມ, ຂະບວນການອອກແຮງງານ, ການລະດົມວັດຖຸປັດໃຈຕ່າງໆໃນການຊ່ວຍເຫຼືອຜູ້ຖືກຄໍ້ຮ້າຍ, ການເຜີຍແຜ່ເອກະສານ, ວຽກງານອົງການຈັດຕັ້ງມາຫາຊົນ ແລະ ວຽກຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມປະຊາຊົນປະຕິວັດລາວວາງອອກ.
ຂະແໜງອົບຮົມ ຄະນະໂຄສະນາອົບຮົມແຂວງ
ໄດ້ເປີດຮຽນສະໜັບສະໜູນພັກໃຫ້ມະຫາຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າພັກ
ໃນວັນທີ 22-21 ຕຸລາ 2022
ວັນທີ 20-21 ຕຸລາ 2022 ທີຜ່ານມາ ຂະແໜງອົບຮົມຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວໄດ້ເປິດຮຽນສະໜັບສະໜູນພັກໃຫ້ມະຫາຊົນກ້າວໜ້າທີ່ຈະຂະຫຍາຍເຂົ້າພັກ ຢູ່ທີ່ຫ້ອງປະຊຸມໃຫຍ່ຄະນະໂຄ ສະນາອົບຮົມແຂວງໃຫ້ກຽດເປັນປະທານຂອງ ສະຫາຍ ຄອນສະຫວັນ ຊາພັກດີ ເລຂາໜ່ວຍພັກ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາແຂກຖືກເຊີນ ຕະຫຼອດຮອດມາຫາຊົນທີ່ກ້າວໜ້າທີ່ຈະຂະຫຍາຍເຂົ້າພັກເຂົ້າຮ່ວມທັງໝົດ 21 ສະຫາຍ,ຍິງ 7 ສະຫາຍ ໃນນັ້ນມີ ມາຫາຊົນກ້າວໜ້າ 19 ສະຫາຍ, ຍິງ 7 ສະຫາຍ. ພິທີໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ວ່າດ້ວຍການອະນຸມັດເປິດຮຽນສະໜັບສະໜູນພັກໃຫ້ມະຫາຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ, ຜ່ານກົດລະບຽບ ແລະ ບັນຍາຍເນື້ອໃນເອກະສານ 13 ຄຳຖາມ-13 ຄຳຕອບ ແລະ ບາງພຶດຕິກຳທີ່ຕິດພັນກັບເນື້ອໃນຈຳນວນໜຶ່ງຂອງພັກໃຫ້ແກ່ມາຫາຊົນກ້າວໜ້າ ເພື່ອເຮັດໃຫ້ມາຫາຊົນໄດ້ຮັບຮູ້, ເຂົ້າໃຈກ່ຽວກັບປະຫວັດ, ຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກ ປະຊາຊົນ ປະຕິວັດລາວ, ເຂົ້າໃຈກ່ຽວກັບມາດຖານ, ເງື່ອນໄຂຂອງມາຫາຊົນຜູ້ທີ່ຈະເຂົ້າເປັນສະມາຊິກພັກ, ຜົນປະໂຫຍດທີ່ສະມາຊິກພັກໄດ້ຮັບ ແລະ ເມື່ອໄດ້ເຂົ້າເປັນສະມາຊິກພັກ ປະຊາຊົນ ປະຕິວັດລາວແລ້ວຈະປົກປ້ອງບົດບາດ ແລະ ກຽດສັກສີຂອງພັກຄືແນວໃດ, ພາຍຫຼັງໄດ້ຮັບຟັງການບັນຍາຍແລ້ວມາຫາຊົນກ້າວໜ້າແຕ່ລະສະຫາຍກໍ່ໄດ້ປະກອບຄຳຄິດເຫັນ, ແລກປ່ຽນບົດຮຽນນຳມາຫາຊົນດ້ວຍກັນ ແລະ ຄະນະຮັບຜິດຊອບ ພ້ອມທັງຂຽນບົດ ແລະ ຜ່ານບົດຂອງແຕ່ລະສະຫາຍ ເພື່ອເປັນການປະເມີນຜົນໄດ້ຮັບຂອງມາຫາຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າພັກ ປາຊາຊົນປະຕິວັດລາວ.
ກອງປະຊຸມພົບປະແລກປ່ຽນຖອດຖອນບົດຮຽນລະຫວ່າງຄະນະໂຄສະນາອົບຮົມແຂວງບໍ່ແກ້ວ ແລະ ຄະນະໂຄສະນາອົບຮົມແຂວງຫຼວງນ້ຳທາ
ໃນລະຫວ່າງວັນທີ 1-2 ກັນຍາ 2022
ກອງປະຊຸມພົບປະແລກປ່ຽນຖອດຖອນບົດຮຽນລະຫວ່າງຄະນະໂຄສະນາອົບຮົມແຂວງບໍ່ແກ້ວ ແລະ ຄະນະໂຄສະນາອົບຮົມແຂວງຫຼວງນ້ຳທາ ໄດ້ຈັດຂຶ້ນໃນວັນທີ 1 ກັນຍາ 2022 ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງບໍ່ແກ້ວ ພາຍໃຕ້ການເປັນປະທ່ານ ຂອງທ່ານ ຄອນສະຫວັນ ຊາພັກດີ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ, ທ່ານ ບຸນມາ ພັນດາວົງ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ຫຼວງນ້ຳທາ, ມີບັນດາສະມາຊິກພັກ, ພະນັກງານ-ລັດຖະກອນຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ ແລະ ຄະນະໂຄສະນາອົບຮົມແຂວງ ຫຼວງນ້ຳທາ ພ້ອມໂດຍຄະນະໂຄສະນາອົບຮົມເມືອງຫ້ວຍຊາຍເຂົ້າຮ່ວມທັງໝົດ 37 ສະຫາຍ, ຍິງ 9 ສະຫາຍ.
ສະຫາຍ ລາວປາວຊົງ ນະວົງໄຊ ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ
ພ້ອມດ້ວຍຄະນະທິມງານລົງເຄື່ອນໄຫວວຽກງານຢູ່ແຂວງ ບໍ່ແກ້ວ ລະຫວ່າງວັນທີ 2-5 ສິງຫາ 2022
ສະຫາຍ ລາວປາວຊົ່ງ ນະວົງໄຊ, ກໍາມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະທິມງານ ໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ວຽກງານໂຄສະນາອົບຮົມ ຢູ່ຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ ໃນວັນທີ 3 ສິງຫາ 2022;
ພິທີພົບປະໄດ້ຈັດຂຶ້ນຢູ່ຫ້ອງປະຊຸມ ຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ ໂດຍມີພະນັກງານຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມຢ່າງພ້ອມພຽງ; ໃນໂອກາດດັ່ງກ່າວ ສະຫາຍ ຄອນສະຫວັນ ຊາພັກດີ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ ກໍໄດ້ລາຍງານສະພາບການເຄື່ອນໄຫວວຽກງານໂຄສະນາອົບຮົມໄລຍະຜ່ານມາ; ເຖິງແມ່ນວ່າ ໃນໄລຍະຜ່ານມາ ພົບຄວາມຫຍຸ້ງຍາກຫຼາຍໂດຍສະເພາະ: ງົບປະມານມີຈຳກັດ ແລະ ບັນຫາອື່ນໆ. ແຕ່ກໍສາມາດປະຕິບັດໜ້າທີ່ຂອງຕົນໄດ້ເປັນຢ່າງດີ, ເຮັດໃຫ້ສະພາບແນວຄິດ ຂອງສະມາຊິກພັກ,ພະນັກງານ, ມີຄວາມອຸ່ນອຽນ, ທຸ່ນທ່ຽງ, ເຊື່ອໝັ້ນຕໍ່ແນວທາງ,ແຜນນະໂຍບາຍຂອງພັກ, ເປັນເຈົ້າການຈັດຕັ້ງຜັນຂະຫຍາຍມະຕິ-ຄໍາສັ່ງ ຂອງຂັ້ນເທິງກໍຄື ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງວາງອອກຢ່າງຕັ້ງໜ້າ; ແຕ່ກໍຍັງມີຫຼາຍດ້ານທີ່ຈະຕ້ອງໄດ້ສືບຕໍ່ບຸກບືນສູ້ຊົນໃນຕໍ່ໜ້າໂດຍສະເພາະແມ່ນ ການປັບປຸງຄຸນນະພາບ ຂອງວຽກງານໂຄສະນາອົບຮົມ ໃຫ້ໄປສູ່ຄຸນນະພາບໃໝ່.
ໃນໂອກາດດັ່ງກ່າວ ສະຫາຍ ລາວປາວຊົງ ນະວົງໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ກໍໄດ້ມີຄຳເຫັນຊີ້ນຳບາງບັນຫາດັ່ງນີ້: ເຊິ່ງກ່ອນໝົດ ສະຫາຍ ໄດ້ແດງຄວາມຍ້ອງຍໍຊົມເຊີຍ ຕໍ່ກັບຄະນະພັກ ຄະນະນຳ ຄະນະໂຄສະນາອົບຮົມແຂວງ ທີ່ໄດ້ເອົາໃສ່ຊີ້ນຳຢ່າງໃກ້ຊິດຕິດແທດ ບວກກັບຄວາມບຸກບືນສູ້ຊົນວຽກງານໂຄສະນາອົບຮົມໃນໄລຍະຜ່ານມາ ແລະ ສາມາດຍາດໄດ້ຜົນສຳເລັດຫຼາຍດ້ານ; ໄປຄຽງຄູ່ກັບຜົນງານທີ່ຍາດມາໄດ້ນັ້ນ ກໍຍັງບາງດ້ານທີ່ຈະຕ້ອງໄດ້ເອົາໃຈໃສ່ເພີ່ມທະວີໃນຕໍ່ໜ້າເປັນຕົ້ນ: ເອົາໃຈໃສ່ໂຄສະນາເຜີຍແຜ່ ແລະ ເຊື່ອມຊຶມບັນດານິຕິກໍາສໍາຄັນຕ່າງໆ ຂອງ ພັກ-ລັດ ດ້ວຍຫຼາຍຮູບຫຼາຍສີ ເພື່ອສຶກສາອົບຮົມແນວຄິດ ຂອງສະມາຊິກພັກ, ພະນັກງານ ແລະ ປະຊາຊົນບັນດາເຜົ່າ, ກຳແໜ້ນຕໍ່ແນວທາງ, ແຜນນະໂຍບາຍ ຂອງພັກ, ມີຄວາມຮັບຮູ້-ເຂົົົ້າໃຈຖືກຕ້ອງຕາມທັດສະນະຂອງພັກທີ່ມີຕໍ່ບັນຫາທີ່ພົ້ນເດັ່ນທີ່ເກີດຂຶ້ນຢູ່ພາຍໃນ ແລະ ຕ່າງປະເທດ.
ມີ 8 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 23 |
![]() | ມື້ວານນີ້ | 49 |
![]() | ອາທິດນີ້ | 418 |
![]() | ເດືອນນີ້ | 289 |
![]() | ທັງໝົດ | 152511 |