ຄະນະໂຄສະນາ-ອົບຮົມແຂວງ ໄດ້ຈັດກອງປະຊຸມດຳເນີນຊີວິດການເມືອງປະເມີນຕີລາຄາ ແລະ ຈັດແບ່ງປະເພດສະມາຊິກພັກ ຂຶ້ນໃນວັນທີ 12 ພະຈິກ 2020 ຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະ ນາອົບຮົມແຂວງ ໃຫ້ກຽດເປັນປະທານ ໂດຍສະຫາຍ ສຸກຂະ ຫຼຽນທອງຄຳ ຄະນະປະຈຳພັກແຂວງ, ເລຂາໜ່ວຍພັກ, ປະທານ ຄະນະກວດກາພັກ-ລັດແຂວງ, ມີບັນດາແຂກຮັບເຊີນຕະຫຼອດຮອດສະມາຊິກພັກເຂົ້າຮ່ວມ ມີຜູ້ເຂົ້າຮ່ວມທັງໝົດ 19 ສະຫາຍ, ຍິງ 7 ສະຫາຍ ສຳຮອງ 1 ສະຫາຍ, ຍິງ 1 ສະຫາຍ.
ກອງປະຊຸມສະຫາຍເລຂາໄດ້ໃຫ້ຮູ້ວ່າ ການດຳເນີນຊີວິດການເມືອງ ແລະ ການປະເມີນຜົນໃນຄັ້ງນີ້ເປັນການສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດ, ການເຄື່ອນໄຫວ, ການຊີ້ນຳ-ນຳພາຂອງໜ່ວຍພັກ ແລະ ການກວດກາຕີລາຄາຄືນການຈັດຕັ້ງປະຕິບັດໜ້າທີ່ການເມືອງ ຂອງແຕ່ລະສະຫາຍສະມາຊີກພັກໃນໜຶ່ງປີຜ່ານມາ ພ້ອມທັງກຳນົດທິດທາງແຜນການໃນປີ 2021. ຊອກໃຫ້ເຫັນດ້ານດີ-ຜົນງານ ແລະ ດ້ານອ່ອນ-ຂໍ້ຄົງຄ້າງ ເພື່ອນຳມາປັບປຸງແກ້ໄຂໃຫ້ດີຂຶ້ນສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່, ພ້ອມທັງຜ່ານຮ່າງບົດສະຫຼຸບການການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2020 ແລະ ທິດທາງແຜນການ ປີ 2021 ອັນຍົກໃຫ້ເຫັນຜົນສຳເລັດວຽກງານແຕ່ລະດ້ານຂອງໜ່ວຍພັກ ແລະສະມາຊີກພັກ. ຈາກນັ້ນສະມາຊິກພັກແຕ່ລະສະຫາຍໄດ້ຜ່ານບົດຕີລາຄາຂອງຕົນເອງ ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນ, ດ້ານອ່ອນ-ຂໍ້ຄົງຄ້າງ, ວິທີແກ້ໄຂໃນຕໍ່ໜ້າ, ໝູ່ຄະນະປະກອບຄຳເຫັນເພື່ອເປັນການຕຳນິສົ່ງຂ່າວ, ກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນໃຫ້ມີຄວາມກ້າວໜ້າ, ຫ້າວຫັນໃນການປະຕິບັດໜ້າທີ່ວຽກງານໃນຕໍ່ໜ້າ ພ້ອມທັງໃຫ້ຄະແນນແບບປິດຫຼັບຂອງສະມາຊິກພັກແຕ່ລະສະຫາຍ.
ຄະນະໂຄສະນາ-ອົບຮົມແຂວງ ບໍ່ແກ້ວ ໄດ້ຈັດກອງປະຊຸມຕີລາຄາການປະເມີນຜົນງານຂອງພະນັກງານ-ລັດຖະກອນ ປະຈຳປີ 2020 ຂຶ້ນໃນ ລະຫວ່າງວັນທີ 10-11 ພະຈິກ 2020 ຢູ່ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ໃຫ້ກຽດເປັນປະທານ ໂດຍທ່ານ ສຸກຂະ ຫຼຽນທອງຄຳ ຄະນະປະຈຳພັກແຂວງ ປະທານຄະນະກວດກາພັກ-ລັດແຂວງ, ມີບັນດາແຂກຮັບເຊີນ ຕະຫຼອດຮອດພະນັກງານລັດຖະກອນເຂົ້າຮ່ວມ ມີຜູ້ເຂົ້າຮ່ວມທັງໝົດ 21 ທ່ານ, ຍິງ 7 ທ່ານ ໃນນັ້ນສະມາຊິກພັກ 19 ສະຫາຍ, ຍິງ 6 ສະຫາຍ.
ປະທານກອງປະຊຸມໄດ້ໃຫ້ຮູ້ວ່າ ການປະເມີນຜົນແມ່ນການກວດການຄືນການປະຕິບັດວຽກງານຂອງພະນັງການລັດຖະກອນໃນໜຶ່ງປີຜ່ານມາ ຊອກໃຫ້ເຫັນດ້ານດີ-ຜົນງານ ແລະ ດ້ານອ່ອນ-ຂໍ້ຄົງຂ້າງ ເພື່ອນຳມາປັບປຸງແກ້ໄຂໃຫ້ດີຂຶ້ນສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ.
ພ້ອມທັງໄດ້ຜ່ານກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ແລະ ປະທານ ກອງປະຊຸມໄດ້ຜ່ານ ດຳລັດ ວ່າດ້ວຍການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ແລະ ຄຳແນະນຳ ຂອງພະແນກພາຍໃນວ່າດ້ວຍການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ. ເອກະສານດັ່ງກ່າວແມ່ນໄດ້ກຳນົດຫຼັກການ, ລະບຽບການ, ມາດຖານເງື່ອນໄຂຂອງການຈັດຕັ້ງປະຕິບັດການເຄື່ອນໄຫວ, ສິດ ແລະ ໜ້າທີ່ຂອງຜູ້ຖືກປະເມີນ ແລະ ຜູ່ປະເມີນ, ການຕິດຕາມກວດກາຂອງວຽກງານຂອງພະນັກງານລັດຖະກອນ ເພື່ອເຮັດໃຫ້ ການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມາຫາຊົນມີຄວາມໜັກແໜ້ນ ແລະ ເຂັ້ມແຂງໃຫ້ຖືກຕ້ອງສອດຄ່ອງ ກັບແນວທາງນະໂຍບາຍພັກ ແລະ ລະບຽບກົດໝາຍຂອງລັດ ຮັບປະກັນຄວາມເປັນເອກະພາບຖືກຕ້ອງກັບຄວາມເປັນຈິງ. ການປະເມີນໃນຄັ້ງນີ້ ແມ່ນຍົກໃຫ້ເຫັນຜົນງານທີ່ຜົນເດັ່ນ, ດ້ານອ່ອນ-ຂໍ້ຄົງຂ້າງ, ວິທີແກ້ໄຂໃນຕໍ່ໜ້າ, ໝູ່ຄະນະປະກອບຄຳເຫັນເພື່ອເປັນການຕຳນິສົ່ງຂ່າວ, ກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃຫ້ມີຄວາມກ້າວໜ້າ ແລະ ຫ້າວຫັນໃນການປະຕິບັດໜ້າທີ່ວຽກງານໃນຕໍ່ໜ້າ ພ້ອມທັງໃຫ້ຄະແນນແບບປິດຫຼັບຂອງພະນັກງານ-ລັດຖະກອນແຕ່ລະສະຫາຍ
ໃນລະຫວ່າງວັນທີ 26-27 ກົມວາລະສານໂຄສະນາສູນກາງພັກລົງເກັບກຳຂໍ້ມູນຂຽນວາລະສານຢູ່ເມືອງຕົ້ນເຜິ້ງ ແລະ ເມືອງຫ້ວຍຊາຍ ຂອງບັນດາພາກສ່ວນຕ່າງໆຄື: ເຂົ້າສຳພາດເຈົ້າແຂວງໆ ບໍ່ແກ້ວ, ເຈົ້າເມືອງໆ ຕົ້ນເຜິ້ງ, ຫັດຖະກຳຕຳຜ້າໄໝ ນາງ ບົວພັດ ທຳມະແສງ, ຮ້ານເຂົ້າຊ່ອຍ ນໍ້າເກິງ ນາງ ແປງ, ກຸ່ມບ້ານໃຫຍ່ນໍ້າເກິງ ແລະ ຮ້ານເຈລະໄນເພັດ ນາງ ນົງລັກ
ເມືອງປາກທາສຳເລັດການຝຶກອົບຮົມວຽກງານຫາງສຽງສັງຄົມຄັ້ງທີ I
ເມືອງປາກທາໄດ້ສຳເລັດການຝຶກອົບຮົມວຽກງານຫາງສຽງສັງຄົມຄັ້ງທີ I ໃຫ້ພະນັກງານຫຼັກແຫຼ່ງຂັ້ນເມືອງທີ່ຮັບຜິດຊອບກ່ຽວກັບວຽກງານຫາງສຽງສັງຄົມຂຶ້ນໃນລະຫວ່າງວັນທີ 15-16 ຕຸລາ 2020 ທີ່ຜ່ານມາ ຢູ່ທີ່ສະໂມສອນເມືອງປາກທາ ໃຫ້ກຽດເຂົ້າຮ່ວມຂອງທ່ານ ສາລີ ວັນນະສານ ຮອງເລຂາພັກເມືອງ ຮອງເຈົ້າເມືອງໆ ປາກທາ, ມີທ່ານ ສຸກຄະ ຫຼຽນທອງຄຳ ເລຂາໜ່ວຍພັກ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ຫົວໜ້າ, ຮອງຫົວໜ້າຂະແໜງການອ້ອມຂ້າງເມືອງເຂົ້າຮ່ວມ. ຝຶກອົບຮົມຄັ້ງນີ້ມີນັກສຳມະນາກອນທັງໝົດ 32 ສະຫາຍ, ຍິງ 6 ສະຫາຍ.
ມີ 13 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 12 |
![]() | ມື້ວານນີ້ | 63 |
![]() | ອາທິດນີ້ | 149 |
![]() | ເດືອນນີ້ | 532 |
![]() | ທັງໝົດ | 183655 |