ໜ່ວຍພັກຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ ໄດ້ຈັດພິທີມອບບັດສະມາຊິກພັກ ຊຸດທີ I ໃນ ວັນທີ 22 ຕຸລາ 2020 ທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມແຂວງ ໃຫ້ກຽດເປັນປະທານຂອງທ່ານ ສຸກຄະ ຫຼຽນທອງຄຳ, ຄະນະປະຈຳພັກແຂວງ, ເລຂາໜ່ວຍພັກຄະນະໂຄສະນາອົບຮົມແຂວງ ມີສະມາຊິກພັກເຂົ້າຮ່ວມທັງໝົດ 19 ສະຫາຍ, ຍິງ 7 ສະຫາຍ ໃນນັ້ນ ສະມາຊິກພັກສົມບຸນ 18 ສະຫາຍ, ຍິງ 6 ສະຫາຍ, ສຳຮອງ 1 ສະຫາຍ, ຍິງ 1 ສະຫາຍ. ໃນພິທີມີສະມາຊິກທີ່ຮັບບັດ 4 ສະຫາຍຄື:
1, ສະຫາຍ ສອນຫຼ້າ ລີໄຊຢ່າງ
2, ສະຫາຍ ອານຸສັກ ແກ້ວໄຊຍະວົງ
3, ສະຫາຍ ນາງ ອ່ອນດີ ສຸລິຍະແສງ
4, ສະຫາຍ ນາງ ສອນເພັດ ວັນນຸສັກ
ສະຫາຍເລຂາໄດ້ມີຄຳເຫັນເນັ້ນໃຫ້ສະມາຊິກພັກທັງ 4 ສະຫາຍ ນຳເອົາບັດຂອງຕົນໄປນຳໃຊ້ໃນທິດທາງທີ່ຖືກຕ້ອງຕາມກົດລະບຽບຂອງພັກວາງອອກ ແລະ ສືບຕໍ່ເປັນແບບຢ່າງນຳໜ້າໃຫ້ມະຫາຊົນລຸ້ນຫຼັງ ພ້ອມທັງ ຂຶ້ນຮັບຄຳໂອວາດຂອງສະຫາຍເລຂາ.
ເມືອງຫ້ວຍຊາຍສຳເລັດການຝຶກອົບຮົມຄວາມຮູ້ພື້ນຖານກ່ຽວກັບວຽກງານໂຄສະນາປາຖະກະຖາໃຫ້ພະນັກງານຫຼັກແຫຼ່ງຂັ້ນເມືອງ ຄັ້ງທີ II ປີ 2020
ເມືອງຫ້ວຍຊາຍສຳເລັດການຝຶກອົບຮົມຄວາມຮູ້ພື້ນຖານກ່ຽວກັບວຽກງານໂຄສະນາປາຖະກະຖາໃຫ້ພະນັກງານຫຼັກແຫຼ່ງຂັ້ນເມືອງ, ຄະນະພັກຮາກຖານບ້ານ 8 ບ້ານ ແລະ 10 ບ້ານກຸ່ມພິບຸນທອງ ຢູ່ທີ່ສູນຝືກອົບຮົມ ເມືອງຫ້ວຍຊາຍ ໃນວັນທີ 14 ສິງຫາ 2020 ໃຫ້ກຽດເປັນປະທານ ຂອງທ່ານ ຫົງແກ້ວ ວິໄນວົງ ເລຂາພັກເມືອງ ເຈົ້າເມືອງໆ ຫ້ວຍຊາຍ ໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ບົວລີ ບັນຊາລິດ ຄະນະພັກ, ຫົວໜ້າກົມໂຄສະນາສູນກາງພັກ, ມີບັນດາຄະນະປະຈຳ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ຄະນະພັກຮັກຖານບ້ານ ຕະຫຼອດຮອດພາກສ່ວນກ່ຽວຂ້ອງຂັ້ນແຂວງ ແລະ ຂັ້ນເມືອງເຂົ້າຮ່ວມ. ໃນນັ້ນ
ມີນັກສຳມະນາກອນເຂົ້າຮ່ວມທັງໝົດ 49 ສະຫາຍ, ຍິງ 8 ສະຫາຍ, ໃນນັ້ນຄະນະປະຈຳພັກເມືອງ 1 ສະຫາຍ, ຍິງ 0 ສະຫາຍ, ກຳມະການພັກເມືອງ 5 ສະຫາຍ, ຍິງ 1 ສະຫາຍ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ 1 ສະຫາຍ, ຍິງ 0 ສະຫາຍ, ຫົວໜ້າຫ້ອງການອ້ອມຂ້າງເມືອງຫ້ວຍຊາຍ 5 ສະຫາຍ, ຍິງ 0 ສະຫາຍ, ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງຫ້ວຍຊາຍ 18 ສະຫາຍ, ຍິງ 3 ສະຫາ, ເລຂາ-ຮອງເລຂາພັກບ້ານ 18 ສະຫາຍ, ຍິງ 3 ສະຫາຍ ແລະ ວິຊາການຂະແໜງໂຄສະນາ-ປາຖະກະຖາ 1 ສະຫາຍ, ຍິງ 0 ສະຫາຍ.
- ສະຫາຍ ຄອນສະຫວັນ ຊາພັກດີ
- ກຳມະການພັກແຂວງ
- ເລຂາໜ່ວຍພັກ
- ຫົວໜ້າຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ
- ຊີ້ນຳລວມ
- ສະຫາຍ ອຸດົມການ ແກ້ວພວງເພັດ
- ຮອງເລຂາໜ່ວຍພັກ,
- ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ
- ຊີ້ນຳຂະແໜງອົບຮົມ
- ຮອງເລຂາໜ່ວຍພັກ,
- ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ
- ຊີ້ນຳຂະແໜງໂຄສະນາ-ປາຖະກະຖາ
- ສະຫາຍ ນາງ ບົວຄົມ ຂານສຸວົງ
- ກຳມະການໜ່ວຍພັກ,
- ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ
- ຊີ້ນຳຂະແໜງສັງລວມ-ຫາງສຽງສັງຄົມ
ແຂວງບໍ່ແກ້ວຫົວເມືອງໄດ້ຖືກແຍກອອກຈາກປີ 2526 (ຫົວຫນ້າຂອງເມືອງດັ່ງກ່າວໄດ້ລາຍແລະແບ່ງ ອອກເປັນສອງຖະຫນົນຫົນທາງ) ເປັນຫລວງນ້ໍາທາແລະແຂວງບໍ່ແກ້ວໃນມື້ນີ້. ສ້າງຕັ້ງຂຶ້ນເປັນຖະຫນົນຫົນທາງໃຫມ່ ຫຼັງຈາກນັ້ນ, ນະຄອນຂອງ Sand Creek ໄດ້ ທີ່ເປັນເມືອງຫລວງຂອງອະດີດຫົວຫນ້າຂອງ ເທດສະບານເມືອງຂອງແຂວງບໍ່ແກ້ວຕໍ່ມາ, ໃນ 2534, ໄດ້ມີການຍົກຍ້າຍຂອງການແຜ່ກະຈາຍປາກແລະ cliff ເມືອງອຸດົມສົມບູນຂອງແຂວງອຸດົມໄຊໄດ້.
ມີ 209 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 30 |
![]() | ມື້ວານນີ້ | 49 |
![]() | ອາທິດນີ້ | 425 |
![]() | ເດືອນນີ້ | 296 |
![]() | ທັງໝົດ | 152518 |