ຄະນະພັກ,ຄະນະນຳແຂວງ ບໍ່ແກ້ວ 50 ກວ່າສະຫາຍວາງພວງມາລາ
ແລະ ກະຕາດອກໄມ້ ເນື່ອງໃນວັນຊາດທີ 2 ທັນວາ ຄົບຮອບ 46 ປີ ແລະ ວັນຄ້າຍວັນເກີດຂອງ ທ່ານ ໄກສອນພົມວິຫານ ຄົບຮອບ 101 ປີ.
ພິທີວາງພວງມາລາ ແລະ ກະຕ່າດອກໄມ້ ເນື່ອງໃນວັນຊາດທີ 2 ທັນວາ ຄົບຮອບ 46 ປີ ແລະ ວັນຄ້າຍວັນເກີດທ່ານ ໄກສອນພົມ ວິຫານ ຄົບຮອບ 101 ປີ ຕໍ່ໜ້າສະຖານທີ່ນັກຮົບວິລະນາມ (ຄ້າຍປ່າໄລ) ແລະ ອານຸສອນສະຖານປະທານ ໄກສອນ ພົມວິຫານ ໃຫ້ກຽດວາງພວງມາລາ ແລະ ກະຕ່າດອກໄມ້ໂດຍທ່ານ ປອ ບົວຄົງ ນາມມະວົງ ເລຂາພັກ, ເຈົ້າແຂວງໆ ບໍ່ແກ້ວ ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ ແລະ ຫົວໜ້າ-ຮອງຫົວໜ້າສອງກອງບັນຊາການທະຫານ-ຕຳຫຼວດແຂວງ ເຂົ້າຮ່ວມ.
ຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ ລົງຊຸກຍູ້ວຽກງານໂຄສະນາອົບຮົມ ຢູ່ເມືອງເມິງ
ໃນລະຫວ່າງວັນທີ 18-19 ຕຸລາ 2021 ຄະນະໂຄສະນາອົບຮົມແຂວງ ໄດ້ລົງຊຸກຍູ້ວຽກງານໂຄສະນາອົບຮົມ ຢູ່ເມືອງເມິງສະຖານທີ່ຫ້ອງປະຊຸມ ຄະນະໂຄສະນາອົບຮົມເມືອງ ເປັນປະທານຂອງທ່ານ ຄອນສະຫວັນ ຊາພັກດີ ກຳມະການພັກແຂວງ ຫົວໜ້າ ຄະນະໂຄສະນາອົບຮົມແຂວງ, ມີພະນັກງານສະມາຊິກພັກຂອງຄະນະໂຄສະນາອົບຮົມແຂວງ ແລະ ເມືອງເຂົ້າຮ່ວມ ຈຳນວນ 14 ສະຫາຍ, ຍິງ 5 ສະຫາຍ.
ພິທີຮັບໃບຢັ້ງຢືນ
ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2020
ຂອງໜ່ວຍພັກຄະນະໂຄສະນາອົບຮົມແຂວງ ວັນທີ 10 ມິຖຸນາ 2021
ໜ່ວຍພັກຄະນະໂຄສະນາ-ອົບຮົມແຂວງ ຈັດພິທີ ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2020 ຂຶ້ນທີ່ຫ້ອງປະຊຸມຂອງຄະນະໂຄສະນາ-ອົບຮົມແຂວງ ໃນວັນທີ 10 ມິຖຸນາ 2021 ໃຫ້ກຽດເປັນປະທານຂອງສະຫາຍ ຄອນສະຫວັນ ຊາພັກດີ ກຳມະການພັກແຂວງ, ເລຂາໜ່ວຍພັກ ຫົວໜ້າຄະນະໂຄສະນາ-ອົບຮົມແຂວງ ມີບັນດາແຂກຖືກເຊີນ ແລະ ສະມາຊິກພັກພາຍໃນໜ່ວຍເຂົ້າຮ່ວມທັງໝົດ 20 ສະຫາຍ, ຍິງ 7 ສະຫາຍ.
ຄະນະພັກໄດ້ຜ່ານທິດທາງແຜນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2021 ແລະ ຜ່ານມະຕິຕົກລົງ ວ່າດ້ວຍການຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2020, ໃຫ້ກຽດຂຶ້ນມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນຄັ້ງນີ້ໂດຍສະຫາຍ ຄອນສະຫວັນ ຊາພັກດີ ກຳມະການພັກແຂວງ, ເລຂາໜ່ວຍພັກ ແລະ ຂຶ້ນຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໂດຍສະຫາຍ ອຸດົມການ ແກ້ວພວງເພັດ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ. ໜ່ວຍພັກຄະນະໂຄສະນາ-ອົບຮົມແຂວງ ແມ່ນໜ່ວຍພັກເອກະລາດທີ່ຂຶ້ນກັບການຊີ້ນຳ-ນຳພາຂອງຄະນະປະຈຳພັກແຂວງໂດຍກົງ,ມີພາລະບົດບາດເປັນເສນາທິການທາງດ້ານວຽກງານການເມືອງ-ແນວຄິດ ແລະ ທິດສະດີຂອງພັກໃຫ້ຄະນະພັກ ຄະນະບໍລິຫານງານພັກແຂວງໃນການຄົ້ນຄວ້າເນື້ອໃນ ແລະ ເຜີຍແຜ່ເອກະສານ, ການຈັດຕັ້ງຜັນຂະຫຍາຍບັນ ດາມະຕິ, ຄຳສັ່ງ, ແນວທາງນະໂຍບາຍຂອງພັກ ແລະ ມູນເຊື້ອ ຕ່າງໆຂອງພັກ-ຂອງຊາດ.
ພິທີປາຖະກະຖາ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ
ຄະນະໂຄສະນາອົບຮົມແຂວງ ສົມທົບກັບຄະນະພັກຄະນະບັນຊາການປ້ອງກັນສະຫງົບແຂວງ ບໍ່ແກ້ວ ຈັດຕັ້ງພິທີປາຖະກະຖາ ເລົ່າມູນເຊື້ອ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ ຂຶ້ນໃນຕອນເຊົ້າຂອງວັນທີ 7 ເມສາ 2021 ຢູ່ທີ່ຫໍວັດທະນະທຳແຂວງ ບໍ່ແກ້ວ, ໃຫ້ກຽດຂຶ້ນເລົ່າມູນເຊື້ອໃນຄັ້ງນີ້ໂດຍ ທ່ານ ພົ.ວ ມະລິສານ ແສງຈັນທາ ອາດີດຮອງເລຂາພັກແຂວງ ອາດີດເລຂາຄະນະພັກ, ອາດີດຫົວໜ້າການເມືອງກອງບັນຊາການທະຫານແຂວງ ບໍ່ແກ້ວ ແລະ ເປັນກຽດເຂົ້າຮ່ວມພິທີປາຖະກະຖາໃນຄັ້ງນີ້ມີທ່ານ ຈອມສີ ລັດຕະນະປັນ ຮອງເລຂາພັກແຂວງ, ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ່ 5, ຮອງປະທານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງ ບໍ່ແກ້ວ, ມີບັນດາຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ສອງກອງບັນຊາການປກຊ, ປກສ, ຫົວໜ້າ-ຮອງຫົວໜ້າພະແນກການ, ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ຕະຫລອດຮອດພະນັກງານ-ສະມາຊິກພັກອ້ອມຂ້າງແຂວງ ບໍ່ແກ້ວ ເຂົ້າຮ່ວມ ທັງໝົດ 600 ກ່ວາສະຫາຍ.
ຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວຈັດກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງໄລຍະປີ 2021-2025 ຄັ້ງວັນທີ 5 ເມສາ 2021
ຄະນະໂຄສະນາອົບຮົມແຂວງ ຈັດກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງໄລຍະປີ 2021-2025 ຂຶ້ນໃນວັນທີ 5 ເມສາ ນີ້ ຢູ່ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ໃຫ້ກຽດເປັນປະທານ ຂອງສະຫາຍ ຄອນສະຫວັນ ຊາພັກດີ ກຳມະການພັກແຂວງ, ເລຂາໜ່ວຍພັກ ຫົວໜ້າຄະນະໂຄສະນາອົບຮົມແຂວງ ມີບັນດາແຂກຮັບເຊີນຕະຫຼອກຮອດສະມາຊິກພັກ, ພະນັກງານ-ລັດຖະກອນຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມ ທັງໝົດ 24 ສະຫາຍ ຍິງ 9 ສະຫາຍ.
ປະທານ ກອງປະຊຸມ ໄດ້ຜ່ານມະຕິວ່າດ້ວຍມາດຕະການຂອງພະນັກງານນຳພາ-ຄຸ້ມຄອງ ສະບັບເລກທີ 030/ກມສພ, ນະຄອນຫຼວງວຽງຈັນ, ລົງວັນທີ 03 ມັງກອນ 2018 ໃຫ້ພະນັກງານ-ສະມາຊິກພັກເພື່ອເປັນບ່ອນອີງໃນການຄົ້ນຄວ້າເລືອກເຟັ້ນເປົ້າໝາຍເຂົ້າໃນແຜນກຳນົດພະນັກງານທີ່ຈະຈັດວາງເຂົ້າໃນຕຳແໜ່ງນຳພາຄຸ້ມຄອງແຕ່ລະຂັ້ນ, ແຕ່ລະຂະແໜ່ງການ, ແນ່ໃສ່ຮັບປະກັນລັກສະນະສືບທອດປ່ຽນແທນຕໍ່ເນື່ອງໃນສະເພາະໜ້າ ແລະ ຍາວນານ, ກະກຽມບຸກຄະລາກອນໃນລັກສະນະເປີດກ້ວາງ ເພື່ອໃຫ້ມີແຫຼ່ງເລືອກເຟັ້ນພະນັກງານນຳພາ-ຄຸ້ມຄອງຕອບສະໜອງທາງດ້ານຈຳນວນ, ຄຸນນະພາບ, ໂຄງປະກອບບຸກຄະລາກອນໃຫ້ຄົບຊຸດຕາມຄວາມຮຽກຮ້ອງຕ້ອງການຂອງບັນດາຕຳແໜ່ງນຳພາ-ຄຸ້ມຄອງແຕ່ລະຂັ້ນ, ແຕ່ລະຂະແໜ່ງການໃນລະບົບການເມືອງ ເປັນການຫັນຍຸດທະສາດກ່ຽວກັບວຽກງານພະນັກງານເປັນອັນລະອຽດ, ເປັນພື້ນຖານໃນການເລືອກເຟັ້ນສ້າງແຜນກຳນົດ, ກໍ່ສ້າງ-ບຳລຸງ, ຄາດຄະເນສັບຊ້ອນ ແລະ ຈັດວາງພະນັກງານຢ່າງສົມເຫດສົມຜົນ.
ມີ 5 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 13 |
![]() | ມື້ວານນີ້ | 63 |
![]() | ອາທິດນີ້ | 150 |
![]() | ເດືອນນີ້ | 533 |
![]() | ທັງໝົດ | 183656 |