ຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ
ໄດ້ເປີດຮຽນສະໜັບສະໜູນພັກໃຫ້ມະຫາຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າພັກ
ວັນທີ 6 ທັນວາ 2021 ຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວໄດ້ເປິດຮຽນສະໜັບສະໜູນພັກໃຫ້ມະຫາຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າພັກຢູ່ທີ່ຫ້ອງປະຊຸມໃຫຍ່ຄະນະໂຄສະນາອົບຮົມແຂວງໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ຄອນສະຫວັນ ຊາພັກດີ ເລຂາໜ່ວຍພັກ, ຫົວໜ້າ ຄະນະໂຄສະນາອົບຮົມແຂວງ ມີບັນດາແຂກຖືກເຊີນຕະຫຼອດຮອດມາຫາຊົນທີ່ກ້າວໜ້າທີ່ຈະຂະຫຍາຍເຂົ້າພັກ ຈຳນວນ 16 ເຂົ້າຮ່ວມ.
ພິທີໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ວ່າດ້ວຍການອະນຸມັດເປິດຮຽນສະໜັບສະໜູນພັກໃຫ້ມະຫາຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າພັກ ພ້ອມທັງຜ່ານກົດລະບຽບການຮຽນສະໜັບສະໜູນພັກໃຫ້ມະຫາຊົນກ້າວໜ້າ.
ໂອກາດນີ້, ສະຫາຍ ຄອນສະຫວັນ ຊາພັກດີ ເລຂາໜ່ວຍພັກໄດ້ໃຫ້ທິດຊີ້ນໍາເນັ້ນຫນັກໃຫ້ມະຫາ ຊົນກ້າວໜ້າທັງຫຼາຍຈົ່ງຕັ້ງຫນ້າຮໍ່າຮຽນເອົາບົດຮຽນໃນ 13 ຄຳຖາມ 13 ຄຳຕອບ ເພື່ອເຮັດໃຫ້ມະຫາ ຊົນທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກໄດ້ຮັບຮູ້, ເຂົ້າໃຈກ່ຽວກັບປະຫວັດຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກປະຊາຊົນປະຕິວັດລາວ, ເຂົ້າໃຈກ່ຽວກັບມາດຕະຖານ,ເງື່ອນໄຂມະຫາຊົນຜູ້ທີ່ຈະເຂົ້າເປັນສະມາຊິກພັກ, ພົນປະໂຫຍດທີ່ສະມາຊິກພັກໄດ້ຮັບ ແລະ ປົກປ້ອງບົດບາດ, ກຽດສັກສີຂອງພັກຄືແນວໃດ, ຕັ້ງໜ້າຝືກຝົນຫຼໍ່ຫຼອມຕົນເອງໃຫ້ມີມາດຕະຖານ, ເງື່ອນໄຂຄົບຖ້ວນ ແລະ ມີຄວາມຕື່ນຕົວສະໝັກໃຈເຂົ້າເປັນສະມາຊິກພັກ ປະຊາຊົນປະຕິວັດລາວ ເພື່ອເພີ່ມກຳລັັງແຮງສູ້ຮົບໃຫ້ແກ່ພັກນັບມື້ຫຼາຍຂຶ້ນ.
ຄະນະພັກ,ຄະນະນຳແຂວງ ບໍ່ແກ້ວ 50 ກວ່າສະຫາຍວາງພວງມາລາ
ແລະ ກະຕາດອກໄມ້ ເນື່ອງໃນວັນຊາດທີ 2 ທັນວາ ຄົບຮອບ 46 ປີ ແລະ ວັນຄ້າຍວັນເກີດຂອງ ທ່ານ ໄກສອນພົມວິຫານ ຄົບຮອບ 101 ປີ.
ພິທີວາງພວງມາລາ ແລະ ກະຕ່າດອກໄມ້ ເນື່ອງໃນວັນຊາດທີ 2 ທັນວາ ຄົບຮອບ 46 ປີ ແລະ ວັນຄ້າຍວັນເກີດທ່ານ ໄກສອນພົມ ວິຫານ ຄົບຮອບ 101 ປີ ຕໍ່ໜ້າສະຖານທີ່ນັກຮົບວິລະນາມ (ຄ້າຍປ່າໄລ) ແລະ ອານຸສອນສະຖານປະທານ ໄກສອນ ພົມວິຫານ ໃຫ້ກຽດວາງພວງມາລາ ແລະ ກະຕ່າດອກໄມ້ໂດຍທ່ານ ປອ ບົວຄົງ ນາມມະວົງ ເລຂາພັກ, ເຈົ້າແຂວງໆ ບໍ່ແກ້ວ ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ ແລະ ຫົວໜ້າ-ຮອງຫົວໜ້າສອງກອງບັນຊາການທະຫານ-ຕຳຫຼວດແຂວງ ເຂົ້າຮ່ວມ.
ຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ ລົງຊຸກຍູ້ວຽກງານໂຄສະນາອົບຮົມ ຢູ່ເມືອງເມິງ
ໃນລະຫວ່າງວັນທີ 18-19 ຕຸລາ 2021 ຄະນະໂຄສະນາອົບຮົມແຂວງ ໄດ້ລົງຊຸກຍູ້ວຽກງານໂຄສະນາອົບຮົມ ຢູ່ເມືອງເມິງສະຖານທີ່ຫ້ອງປະຊຸມ ຄະນະໂຄສະນາອົບຮົມເມືອງ ເປັນປະທານຂອງທ່ານ ຄອນສະຫວັນ ຊາພັກດີ ກຳມະການພັກແຂວງ ຫົວໜ້າ ຄະນະໂຄສະນາອົບຮົມແຂວງ, ມີພະນັກງານສະມາຊິກພັກຂອງຄະນະໂຄສະນາອົບຮົມແຂວງ ແລະ ເມືອງເຂົ້າຮ່ວມ ຈຳນວນ 14 ສະຫາຍ, ຍິງ 5 ສະຫາຍ.
ພິທີຮັບໃບຢັ້ງຢືນ
ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2020
ຂອງໜ່ວຍພັກຄະນະໂຄສະນາອົບຮົມແຂວງ ວັນທີ 10 ມິຖຸນາ 2021
ໜ່ວຍພັກຄະນະໂຄສະນາ-ອົບຮົມແຂວງ ຈັດພິທີ ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2020 ຂຶ້ນທີ່ຫ້ອງປະຊຸມຂອງຄະນະໂຄສະນາ-ອົບຮົມແຂວງ ໃນວັນທີ 10 ມິຖຸນາ 2021 ໃຫ້ກຽດເປັນປະທານຂອງສະຫາຍ ຄອນສະຫວັນ ຊາພັກດີ ກຳມະການພັກແຂວງ, ເລຂາໜ່ວຍພັກ ຫົວໜ້າຄະນະໂຄສະນາ-ອົບຮົມແຂວງ ມີບັນດາແຂກຖືກເຊີນ ແລະ ສະມາຊິກພັກພາຍໃນໜ່ວຍເຂົ້າຮ່ວມທັງໝົດ 20 ສະຫາຍ, ຍິງ 7 ສະຫາຍ.
ຄະນະພັກໄດ້ຜ່ານທິດທາງແຜນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2021 ແລະ ຜ່ານມະຕິຕົກລົງ ວ່າດ້ວຍການຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2020, ໃຫ້ກຽດຂຶ້ນມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນຄັ້ງນີ້ໂດຍສະຫາຍ ຄອນສະຫວັນ ຊາພັກດີ ກຳມະການພັກແຂວງ, ເລຂາໜ່ວຍພັກ ແລະ ຂຶ້ນຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໂດຍສະຫາຍ ອຸດົມການ ແກ້ວພວງເພັດ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ. ໜ່ວຍພັກຄະນະໂຄສະນາ-ອົບຮົມແຂວງ ແມ່ນໜ່ວຍພັກເອກະລາດທີ່ຂຶ້ນກັບການຊີ້ນຳ-ນຳພາຂອງຄະນະປະຈຳພັກແຂວງໂດຍກົງ,ມີພາລະບົດບາດເປັນເສນາທິການທາງດ້ານວຽກງານການເມືອງ-ແນວຄິດ ແລະ ທິດສະດີຂອງພັກໃຫ້ຄະນະພັກ ຄະນະບໍລິຫານງານພັກແຂວງໃນການຄົ້ນຄວ້າເນື້ອໃນ ແລະ ເຜີຍແຜ່ເອກະສານ, ການຈັດຕັ້ງຜັນຂະຫຍາຍບັນ ດາມະຕິ, ຄຳສັ່ງ, ແນວທາງນະໂຍບາຍຂອງພັກ ແລະ ມູນເຊື້ອ ຕ່າງໆຂອງພັກ-ຂອງຊາດ.
ພິທີປາຖະກະຖາ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ
ຄະນະໂຄສະນາອົບຮົມແຂວງ ສົມທົບກັບຄະນະພັກຄະນະບັນຊາການປ້ອງກັນສະຫງົບແຂວງ ບໍ່ແກ້ວ ຈັດຕັ້ງພິທີປາຖະກະຖາ ເລົ່າມູນເຊື້ອ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ ຂຶ້ນໃນຕອນເຊົ້າຂອງວັນທີ 7 ເມສາ 2021 ຢູ່ທີ່ຫໍວັດທະນະທຳແຂວງ ບໍ່ແກ້ວ, ໃຫ້ກຽດຂຶ້ນເລົ່າມູນເຊື້ອໃນຄັ້ງນີ້ໂດຍ ທ່ານ ພົ.ວ ມະລິສານ ແສງຈັນທາ ອາດີດຮອງເລຂາພັກແຂວງ ອາດີດເລຂາຄະນະພັກ, ອາດີດຫົວໜ້າການເມືອງກອງບັນຊາການທະຫານແຂວງ ບໍ່ແກ້ວ ແລະ ເປັນກຽດເຂົ້າຮ່ວມພິທີປາຖະກະຖາໃນຄັ້ງນີ້ມີທ່ານ ຈອມສີ ລັດຕະນະປັນ ຮອງເລຂາພັກແຂວງ, ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ່ 5, ຮອງປະທານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງ ບໍ່ແກ້ວ, ມີບັນດາຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ສອງກອງບັນຊາການປກຊ, ປກສ, ຫົວໜ້າ-ຮອງຫົວໜ້າພະແນກການ, ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ຕະຫລອດຮອດພະນັກງານ-ສະມາຊິກພັກອ້ອມຂ້າງແຂວງ ບໍ່ແກ້ວ ເຂົ້າຮ່ວມ ທັງໝົດ 600 ກ່ວາສະຫາຍ.
ມີ 9 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 16 |
![]() | ມື້ວານນີ້ | 49 |
![]() | ອາທິດນີ້ | 411 |
![]() | ເດືອນນີ້ | 282 |
![]() | ທັງໝົດ | 152504 |