ຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ
ຈັດຕັ້ງປາຖະກະຖາ ລະນຶກວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ
ຄະນະໂຄສະນາອົບຮົມແຂວງ ໄດ້ຈັດຕັ້ງປາຖະກະຖາ ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ ໃນວັນທີ 23 ມີນາ 2022 ຢູ່ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ໃຫ້ກຽດຂຶ້ນເລົ່າມູນເຊື້ອໂດຍທ່ານ ຄອນສະຫວັນ ຊາພັກດີ ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ມີບັນດາຄະນະພັກ, ຫົວໜ້າ-ຮອງຫົວໜ້າຂະແໜງການ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມທັງໝົດ 19 ສະຫາຍ, ຍິງ 7 ສະຫາຍ.
ເພື່ອເປັນການຫວນຄືນມູນເຊື້ອປະຫວັດສາດ, ມູນເຊື້ອອັນດີງາມຂອງຜູ້ນຳພັກ-ລັດ ແລະ ບຸນຄຸນອັນຍິ່ງໃຫຍ່ຂອງທ່ານ ປະທານ ໄກສອນ ຂອງພວກເຮົາ ຈຶ່ງຫຼຸດພົ້ນອອກຈາກການກົດຂີ່ຂູດຮີດຂອງພວກສັກດີນາ ແລະ ພວກລ່າເມືອງຂຶ້ນ ສາມາດຍາດໄດ້ໄຊຊະນະຢ່າງສົມບູນ, ປະເທດຊາດໄດ້ຮັບການພັດທະນາກ້າວຂຶ້ນຢ່າງບໍ່ຢຸດຢັ້ງ, ຜົນງານ ແລະ ຄຸນງາມຄວາມດີຂອງທ່ານ ແມ່ນໄດ້ຝັງໄວ້ໃນດວງໃຈຂອງປະຊາຊົນລາວທັງຊາດຢ່າງບໍ່ມີວັນຫຼົງລືມ.
ຄະນະພັກ, ຄະນະນຳຂອງແຂວງ ບໍ່ແກ້ວ
ວາງພວງມາລາ ທີ່ອະນຸສາວະລີນັກຮົບນິລະນາມ (ຄ້າຍປ່າໄລ)
ແລະ ວາງກະຕ່າດອກໄມ້ ທີ່ອະນຸສອນສະຖານ ປະທານ ໄກສອນ ພົມວິຫານ.
ຕອນເຊົ້າຂອງວັນທີີ 22 ມີນາ 2022 ນີ້ ແຂວງ ບໍ່ແກ້ວ ໄດ້ຈັດພິທີວາງພວງມາລາ ທີ່ອະນຸສາວະລີນັກຮົບນິລະນາມ (ຄ້າຍປ່າໄລ) ແລະ ວາງກະຕ່າດອກໄມ້ ທີ່ອະນຸສອນສະຖານ ປະທານ ໄກສອນ ພົມວິຫານ ເນື້ອໃນວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ ໃຫ້ກຽດວາງພວງມາລາ ແລະ ກະຕ່າດອກໄມ້ໃນຄັ້ງນີ້ໂດຍສະຫາຍ ປອ ບົວຄົງ ມາມມະວົງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆ ບໍ່ແກ້ວ ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ ແລະ ສອງກອງບັນຊາການທະຫານ-ຕຳຫຼວດ ແຂວງ ເຂົ້າຮ່ວມ 30 ກວ່າສະຫາຍ, ຍິງ 3 ສະຫາຍ.
ຂະແໜງອົບຮົມ ຄະນະໂຄສະນາອົບຮົມແຂວງ
ໄດ້ເປີດຮຽນສະໜັບສະໜູນພັກໃຫ້ມະຫາຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າພັກ
ວັນທີ 23-25 ກຸມພາ 2022 ທີຜ່ານມາ ຂະແໜງອົບຮົມຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວໄດ້ເປິດຮຽນສະໜັບສະໜູນພັກໃຫ້ມະຫາຊົນກ້າວໜ້າທີ່ຈະຂະຫຍາຍເຂົ້າພັກ ຢູ່ທີ່ຫ້ອງປະຊຸມໃຫຍ່ຄະນະໂຄສະນາອົບຮົມແຂວງໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ສີໂພໄຊ ວິຫາລາດ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຊີ້ນຳວຽກງານອົບຮົມ ມີບັນດາແຂກຖືກເຊີນຕະຫຼອດຮອດມາຫາຊົນທີ່ກ້າວໜ້າທີ່ຈະຂະຫຍາຍເຂົ້າພັກເຂົ້າຮ່ວມທັງໝົດ 22 ສະຫາຍ, ມະຫາຊົນກ້າວໜ້າ 13 ສະຫາຍ, ຍິງ 7 ສະຫາຍ.
ພິທີໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ສະບັບເລກທີ 31,33,194,195 ແລະ 222/ຄປພຂ, ລົງວັນທີ 9 ກຸມພາ 2022 ວ່າດ້ວຍການອະນຸມັດເປິດຮຽນສະໜັບສະໜູນພັກໃຫ້ມະຫາຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າພັກ, ຜ່ານກົດລະບຽບ ແລະ ບັນຍາຍເນື້ອໃນເອກະສານ 13 ຄຳຖາມ ແລະ ບາງພຶດຕິກຳທີ່ຕິດພັນກັບເນື້ອໃນຈຳນວນໜຶ່ງຂອງພັກໃຫ້ແກ່ມາຫາຊົນກ້າວໜ້າ ເພື່ອເຮັດໃຫ້ມາຫາຊົນໄດ້ຮັບຮູ້, ເຂົ້າໃຈກ່ຽວກັບປະຫວັດ, ຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກ ປະຊາຊົນ ປະຕິວັດລາວ, ເຂົ້າໃຈກ່ຽວກັບມາດຖານ, ເງື່ອນໄຂຂອງມາຫາຊົນຜູ້ທີ່ຈະເຂົ້າເປັນສະມາຊິກພັກ, ຜົນປະໂຫຍດທີ່ສະມາຊິກພັກໄດ້ຮັບ ແລະ ເມື່ອໄດ້ເຂົ້າເປັນສະມາຊິກພັກ ປະຊາຊົນ ປະຕິວັດລາວແລ້ວຈະປົກປ້ອງບົດບາດ ແລະ ກຽດສັກສີຂອງພັກຄືແນວໃດ. ພາຍຫຼັງໄດ້ຮັບຟັງການບັນຍາຍແລ້ວມາຫາຊົນກ້າວໜ້າແຕ່ລະສະຫາຍກໍ່ໄດ້ປະກອບຄຳຄິດເຫັນ, ແລກປ່ຽນບົດຮຽນນຳຄະນະຮັບຜິດຊອບ, ຍັງໄດ້ຂຽນບົດ ແລະ ຜ່ານບົດຂອງແຕ່ລະສະຫາຍ ເພື່ອເປັນການປະເມີນຜົນໄດ້ຮັບຂອງມາຫາຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າພັກ.
ໂອກາດນີ້, ສະຫາຍ ສີໂພໄຊ ວິຫາລາດ ໄດ້ເນັ້ນໜັກໃຫ້ມະຫາຊົນກ້າວໜ້າໃນເມື່ອໄດ້ຮັບຮູ້ແລ້ວຈະຕ້ອງໄດ້ທົບທວນຄືນບັນດາບົດຮຽນໃນ 13 ຄຳຖາມ ແມ່ນເນື້ອໃນທີ່ສະມາຊິກພັກໄດ້ຮູ້, ມີຄວາມສຳນຶກ, ມີສະຕິ, ມີທັດສະນະ ແລະ ມີຈຸດຢືນໂດຍສະເພາະມາຫາຊົນຜູ້ທີ່ກ້າວໜ້າຈະຕ້ອງຕັ້ງໜ້າຝືກຝົນຫຼໍ່ຫຼອມຕົນເອງໃຫ້ເຂົ້າໃຈປະຫວັດຄວາມເປັນມາ, ອຸດົມການ, ທາດແທ້ຂອງພັກປະຊາຊົນ ປະຕິວັດລາວ, ມາດຖານ, ເງື່ອນໄຂຂອງສະມາຊິກພັກ,ຖືເອົາກົດລະບຽບຕ່າງໆຂອງພັກເປັນເຂັມທິດເຍືອງທາງໃນການ ຈັດຕັ້ງປະຕິບັດໜ້າທີວຽກງານຂອງຕົນ ແລະ ມີຄວາມຕື່ນຕົວສະໝັກໃຈເຂົ້າເປັນສະມາຊິກພັກ ປະຊາຊົນປະຕິວັດລາວ ເພື່ອເພີ່ມກຳລັັງແຮງສູ້ຮົບໃຫ້ແກ່ພັກນັບມື້ຫຼາຍຂຶ້ນ.
ພິທີຕ້ອນຮັບທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ
ໃນຕອນເຕົ້າວັນທີ 18 ກຸມພາ 2022 ຄະນະໂຄສະນາອົບຮົມແຂວງ ໄດ້ເປິດພິທີຕ້ອນຮັບ ທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ມາຢ້ຽມຢາມ ແລະ ເຮັດວຽກນຳຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ ຢູ່ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວໃຫ້ກຽດເປັນປະທານຂອງທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີທິມງານຄະນະໂຄສະນາອົບຮົມສູນກາງພັກ, ຄະນະນຳຄະນະໂຄສະນາອົບຮົມແຂວງ ແລະ ສະມາຊິກພັກ, ພະນັກງານ-ລັດຖະກອນເຂົ້າຮ່ວມທັງໝົດ 34 ທ່ານ, ຍິງ 10 ທ່ານ, ທ່ານ ຄອນສະຫວັນ ຊາພັກດີ ເລຂາໜ່ວຍພັກ, ຫົວໜ້າ ຄະນະໂຄສະນາອົບຮົມແຂວງໄດ້ລາຍງານຫຍໍ້ສະພາບການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາຂອງຄະນະໂຄສະນາອົບຮົມແຂວງ.
ການມາຢ້ຽມຢາມໃນຄັ້ງນີ້ໂດຍຈຸດປະສົງອັນຕົ້ນຕໍ່ດັ່ງນີ້:
1, ເກັບກຳສະພາບການຈັດຕັ້ງປະຕິບັດໜ້າວຽກງານຕາມພາລະບົດບາດ ແລະ ສິດໜ້າທີ່ທາງດ້ານແນວຄິດການເມືອງພາຍໃນຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ.
2, ເຜີຍແຜ່ຜົນສຳເລັດຂອງກອງປະຊຸມຄະນະໂຄສະນາອົບຮົມທົ່ວປະເທດທີ່ຜ່ານມາ (ກອງປະຊຸມທາງໄກ). ປີ 2021
3, ປຶກສາຫາລືກ່ຽວກັບວຽກງານຈຸດສຸມຈຳນວນໜຶ່ງ ໃນປີ 2022
ທ່ານ ປອ ບົວຄົງ ນາມມະວົງ ກຳມະການສູນກາງພັກ,
ເລຂາພັກແຂວງ, ເຈົ້າແຂວງໆ ບໍ່ແກ້ວ ໄດ້ພົບປະໂອ້ລົມ ຄະນະນຳ ແລະ ພະນັກງານ-ລັດຖະກອນ ຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ
ໃນວັນທີ 16 ກຸມພາ 2022
ທ່ານ ປອ ບົວຄົງ ນາມມະວົງ ກຳມະການສູນກາງພັກ,ເລຂາພັກແຂວງ, ເຈົ້າແຂວງໆ ບໍ່ແກ້ວ ໄດ້ພົບປະໂອ້ລົມ ແລະ ເຮັດວຽກນຳຄະນະໂຄສະນາອົບຮົມແຂວງ ກ່ຽວກັບວຽກງານການເຄື່ອນໄຫວໃນໄລຍະໜຶ່ງປີຜ່ານມາ ໃນຕອນເຊົ້າຂອງ ວັນທີ 16 ກຸມພາ 2022 ທີ່ຫ້ອງປະຊຸມໃຫຍ່ຂອງຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ, ມີທ່ານ ຄອນສະຫວັນ ຊາພັກດີ ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມຄະນະ, ສະມາຊິກພັກ, ພະນັກງານ-ລັດຖະກອນ ເຂົ້າຮ່ວມທັງໝົດມີ 24 ສະຫາຍ, ຍິງ 7 ສະຫາຍ.
ທ່ານ ຄອນສະຫວັນ ຊາພັກດີ ເລຂາໜ່ວຍພັກ, ຫົວໜ້າ ຄະນະໂຄສະນາອົບຮົມແຂວງໄດ້ລາຍງານຫຍໍ້ສະພາບການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໜຶ່ງປີຜ່ານມາ ພາຍຫຼັງກອງປະຊຸມໃຫຍ່ຄັ້ງ VI ຂອງອົງຄະນະພັກແຂວງ ຄະນະປະຈຳພັກແຂວງໄດ້ນຳພາຊີ້ນຳ-ນຳພາປັບປຸງໂຄງປະກອບບຸກຄະລາກອນ ຄະນະໂຄສະນາອົບຮົມແຂວງຄືນໃໝ່ ແລະ ໄດ້ສຶບຕໍ່ປັບປຸງໄປຕາມຄວາມຮຽກຮ້ອງຕ້ອງການໃນແຕ່ລະໄລຍະ. ຄະນະໂຄສະນາອົບຮົມແຂວງ ປະກອບມີ 4 ສະຫາຍ, ໃນນັ້ນມີຫົວໜ້າ ແລະ ຮອງຫົວໜ້າ 3 ສະຫາຍ, ມີພະນັກງານທັງໝົດ 21 ສະຫາຍ, ຍິງ 6 ສະຫາຍ.
ໃນໄລຍະຜ່ານມາໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດຢູ່ພາຍໃນການຈັດຕັ້ງຂອງຕົນເປັນປົກກະຕິດ້ວຍຫຼາຍຮູບການ, ວິທີການຕໍ່ເນື່ອງເປັນຕົ້ນ: ໄດ້ຈັດຕັ້ງເຊື່ອມຊຶ່ມບັນດານິຕິກຳຕ່າງໆ ຂອງສູນກາງ ແລະ ທ້ອງຖິ່ນ, ເຮັດວຽກງານແນວຄິດຕິດພັນກັບການຕີລາຄາໃນເວລາຮ່ວມຊີວິດພັກປະຈຳເດືອນ ແລະ ປະຈຳອາທິດ ໂດຍມອບໃຫ້ຄະນະຜູ້ຊີ້ນຳ-ນຳພາແຕ່ລະຂະແໜງການຮ່ວມຊີວິດວິຊາສະເພາະໃຫ້ໄດ້ລັກສະນະນຳພາ, ສືກສາອົບຮົມ ແລະ ລັກສະນະຕໍ່ສູ້ຢູ່ພາຍໃນແຕ່ລະຂະແໜງການ ຊຶ່ງເຮັດໃຫ້ພະນັກງານມີຄວາມຮັບຮູ້ເຂົ້າໃຈ, ມີຄຸນທາດການເມືອງໜັກແໜ້ນ, ມີແນວຄິດອຸ່ນອ່ຽນທຸນທ່ຽງ, ເຊ່ຶອໝັ້ນຕໍ່ການນພາຂອງພັກ-ລັດ, ມີສະຕິຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງກຸ່ມຄົນບໍ່ຫວັງດີ, ຮັບຜິດຊອບສູງຕໍ່ໜ້າທີ່ວຽກງານທີ່ພັກ-ລັດມອບໝາຍໃຫ້.
ໂອກາດນີ້ທ່ານ ບົວຄົງ ນາມມະວົງ ກຳມະການສູນກາງພັກ,ເລຂາພັກແຂວງ, ເຈົ້າແຂວງໆ ບໍ່ແກ້ວ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານໃນໄລຍະຜ່ານມາທີ່ຄະນະໂຄສະນາອົບຮົມແຂວງໄດ້ສຸມໃສ່ປະຕິບັດໜ້າທີ່ວຽກງານຕາມພາລະບົດບາດ ແລະ ສ້າງການຫັນປ່ຽນຢ່າງແຂງແຮງໃນວຽກງານໂຄສະນາອົບຮົມທົ່ວແຂວງ ບໍ່ແກ້ວ ພ້ອມທັງໄດ້ປະກອບສ່ວນໃນການຕີຕ້ານປະກົດການຫຍໍ້ທໍ້ໃນສັງຄົມ ແລະ ທ່ານຍັງເໜັ້ນໃຫ້ສະມາຊິກພັກ-ພະນັກງານລັດຖະກອນເຫັນຄວາມສຳຄັນກ່ຽວກັບວຽກງານການເມືອງ-ແນວຄິດ, ເຮັດວຽກເປັນໝູ່ຄະນະ, ຕາມແບບແຜນການນຳພາ, ຕິດແທກກັບຕົວຈິງ ແລະ ຮາກຖານ, ຕິດຕາມກວດກາຊູກຍູ້, ມີການປະເມີນຜົນ, ສະຫຼູບລາຍງານ ແລະ ສ້າງເງື່ອນໄຂສະເພາະໜ້າໃນວຽກງານແນວຄິດ, ຄຸນທາດການເມືອງກ່ຽວກັບການຮັບໃຊ້ປະຊາຊົນຢ່າງສຸດກົກສຸດປາຍ.
ມີ 8 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 7 |
![]() | ມື້ວານນີ້ | 63 |
![]() | ອາທິດນີ້ | 144 |
![]() | ເດືອນນີ້ | 527 |
![]() | ທັງໝົດ | 183650 |