ຂະແໜງອົບຮົມ ຄະນະໂຄສະນາອົບຮົມແຂວງ
ໄດ້ເປີດຮຽນສະໜັບສະໜູນພັກໃຫ້ມະຫາຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າພັກ
ວັນທີ 27-29 ເມສາ 2022 ທີຜ່ານມາ ຂະແໜງອົບຮົມຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວໄດ້ເປິດຮຽນສະໜັບສະໜູນພັກໃຫ້ມະຫາຊົນກ້າວໜ້າທີ່ຈະຂະຫຍາຍເຂົ້າພັກ ຢູ່ທີ່ຫ້ອງປະຊຸມໃຫຍ່ຄະນະໂຄ ສະນາອົບຮົມແຂວງໃຫ້ກຽດເປັນປະທານຂອງ ສະຫາຍ ສີໂພໄຊ ວິຫາລາດ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຜູ້ຊີ້ນຳວຽກງານອົບຮົມ ມີບັນດາແຂກຖືກເຊີນ ຕະຫຼອດຮອດມາຫາຊົນທີ່ກ້າວໜ້າທີ່ຈະຂະຫຍາຍເຂົ້າພັກເຂົ້າຮ່ວມ 19 ສະຫາຍ, ຍິງ 7 ສະຫາຍ ໃນນັ້ນ ມີມະຫາຊົນກ້າວໜ້າ 14 ສະຫາຍ, ຍິງ 5 ສະຫາຍ, ພິທີໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ສະບັບເລກທີ 460,752,774,809 ແລະ 810/ຄປພຂ, ລົງວັນທີ 8 ເມສາ 2022 ວ່າດ້ວຍການອະນຸມັດເປິດຮຽນສະໜັບສະໜູນພັກໃຫ້ມະຫາຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ, ຜ່ານກົດລະບຽບ ແລະ ບັນຍາຍເນື້ອໃນເອກະສານ 13 ຄຳຖາມ-13 ຄຳຕອບ ແລະ ບາງພຶດຕິກຳທີ່ຕິດພັນກັບເນື້ອໃນຈຳນວນໜຶ່ງຂອງພັກໃຫ້ແກ່ມາຫາຊົນກ້າວໜ້າ ເພື່ອເຮັດໃຫ້ມາຫາຊົນໄດ້ຮັບຮູ້, ເຂົ້າໃຈກ່ຽວກັບປະຫວັດ, ຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກ ປະຊາຊົນ ປະຕິວັດລາວ, ເຂົ້າໃຈກ່ຽວກັບມາດຖານ, ເງື່ອນໄຂຂອງມາຫາຊົນຜູ້ທີ່ຈະເຂົ້າເປັນສະມາຊິກພັກ, ຜົນປະໂຫຍດທີ່ສະມາຊິກພັກໄດ້ຮັບ ແລະ ເມື່ອໄດ້ເຂົ້າເປັນສະມາຊິກພັກ ປະຊາຊົນ ປະຕິວັດລາວແລ້ວຈະປົກປ້ອງບົດບາດ ແລະ ກຽດສັກສີຂອງພັກຄືແນວໃດ, ພາຍຫຼັງໄດ້ຮັບຟັງການບັນຍາຍແລ້ວມາຫາຊົນກ້າວໜ້າແຕ່ລະສະຫາຍກໍ່ໄດ້ປະກອບຄຳຄິດເຫັນ, ແລກປ່ຽນບົດຮຽນນຳມາຫາຊົນດ້ວຍກັນ ແລະ ຄະນະຮັບຜິດຊອບ ພ້ອມທັງຂຽນບົດ ແລະ ຜ່ານບົດຂອງແຕ່ລະສະຫາຍ ເພື່ອເປັນການປະເມີນຜົນໄດ້ຮັບຂອງມາຫາຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າພັກ ປາຊາຊົນປະຕິວັດລາວ.
ຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ
ຈັດຕັ້ງປາຖະກະຖາ ລະນຶກວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ
ຄະນະໂຄສະນາອົບຮົມແຂວງ ໄດ້ຈັດຕັ້ງປາຖະກະຖາ ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ ໃນວັນທີ 23 ມີນາ 2022 ຢູ່ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ໃຫ້ກຽດຂຶ້ນເລົ່າມູນເຊື້ອໂດຍທ່ານ ຄອນສະຫວັນ ຊາພັກດີ ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ມີບັນດາຄະນະພັກ, ຫົວໜ້າ-ຮອງຫົວໜ້າຂະແໜງການ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມທັງໝົດ 19 ສະຫາຍ, ຍິງ 7 ສະຫາຍ.
ເພື່ອເປັນການຫວນຄືນມູນເຊື້ອປະຫວັດສາດ, ມູນເຊື້ອອັນດີງາມຂອງຜູ້ນຳພັກ-ລັດ ແລະ ບຸນຄຸນອັນຍິ່ງໃຫຍ່ຂອງທ່ານ ປະທານ ໄກສອນ ຂອງພວກເຮົາ ຈຶ່ງຫຼຸດພົ້ນອອກຈາກການກົດຂີ່ຂູດຮີດຂອງພວກສັກດີນາ ແລະ ພວກລ່າເມືອງຂຶ້ນ ສາມາດຍາດໄດ້ໄຊຊະນະຢ່າງສົມບູນ, ປະເທດຊາດໄດ້ຮັບການພັດທະນາກ້າວຂຶ້ນຢ່າງບໍ່ຢຸດຢັ້ງ, ຜົນງານ ແລະ ຄຸນງາມຄວາມດີຂອງທ່ານ ແມ່ນໄດ້ຝັງໄວ້ໃນດວງໃຈຂອງປະຊາຊົນລາວທັງຊາດຢ່າງບໍ່ມີວັນຫຼົງລືມ.
ຄະນະພັກ, ຄະນະນຳຂອງແຂວງ ບໍ່ແກ້ວ
ວາງພວງມາລາ ທີ່ອະນຸສາວະລີນັກຮົບນິລະນາມ (ຄ້າຍປ່າໄລ)
ແລະ ວາງກະຕ່າດອກໄມ້ ທີ່ອະນຸສອນສະຖານ ປະທານ ໄກສອນ ພົມວິຫານ.
ຕອນເຊົ້າຂອງວັນທີີ 22 ມີນາ 2022 ນີ້ ແຂວງ ບໍ່ແກ້ວ ໄດ້ຈັດພິທີວາງພວງມາລາ ທີ່ອະນຸສາວະລີນັກຮົບນິລະນາມ (ຄ້າຍປ່າໄລ) ແລະ ວາງກະຕ່າດອກໄມ້ ທີ່ອະນຸສອນສະຖານ ປະທານ ໄກສອນ ພົມວິຫານ ເນື້ອໃນວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ ໃຫ້ກຽດວາງພວງມາລາ ແລະ ກະຕ່າດອກໄມ້ໃນຄັ້ງນີ້ໂດຍສະຫາຍ ປອ ບົວຄົງ ມາມມະວົງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆ ບໍ່ແກ້ວ ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ ແລະ ສອງກອງບັນຊາການທະຫານ-ຕຳຫຼວດ ແຂວງ ເຂົ້າຮ່ວມ 30 ກວ່າສະຫາຍ, ຍິງ 3 ສະຫາຍ.
ຂະແໜງອົບຮົມ ຄະນະໂຄສະນາອົບຮົມແຂວງ
ໄດ້ເປີດຮຽນສະໜັບສະໜູນພັກໃຫ້ມະຫາຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າພັກ
ວັນທີ 23-25 ກຸມພາ 2022 ທີຜ່ານມາ ຂະແໜງອົບຮົມຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວໄດ້ເປິດຮຽນສະໜັບສະໜູນພັກໃຫ້ມະຫາຊົນກ້າວໜ້າທີ່ຈະຂະຫຍາຍເຂົ້າພັກ ຢູ່ທີ່ຫ້ອງປະຊຸມໃຫຍ່ຄະນະໂຄສະນາອົບຮົມແຂວງໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ສີໂພໄຊ ວິຫາລາດ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຊີ້ນຳວຽກງານອົບຮົມ ມີບັນດາແຂກຖືກເຊີນຕະຫຼອດຮອດມາຫາຊົນທີ່ກ້າວໜ້າທີ່ຈະຂະຫຍາຍເຂົ້າພັກເຂົ້າຮ່ວມທັງໝົດ 22 ສະຫາຍ, ມະຫາຊົນກ້າວໜ້າ 13 ສະຫາຍ, ຍິງ 7 ສະຫາຍ.
ພິທີໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ສະບັບເລກທີ 31,33,194,195 ແລະ 222/ຄປພຂ, ລົງວັນທີ 9 ກຸມພາ 2022 ວ່າດ້ວຍການອະນຸມັດເປິດຮຽນສະໜັບສະໜູນພັກໃຫ້ມະຫາຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າພັກ, ຜ່ານກົດລະບຽບ ແລະ ບັນຍາຍເນື້ອໃນເອກະສານ 13 ຄຳຖາມ ແລະ ບາງພຶດຕິກຳທີ່ຕິດພັນກັບເນື້ອໃນຈຳນວນໜຶ່ງຂອງພັກໃຫ້ແກ່ມາຫາຊົນກ້າວໜ້າ ເພື່ອເຮັດໃຫ້ມາຫາຊົນໄດ້ຮັບຮູ້, ເຂົ້າໃຈກ່ຽວກັບປະຫວັດ, ຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກ ປະຊາຊົນ ປະຕິວັດລາວ, ເຂົ້າໃຈກ່ຽວກັບມາດຖານ, ເງື່ອນໄຂຂອງມາຫາຊົນຜູ້ທີ່ຈະເຂົ້າເປັນສະມາຊິກພັກ, ຜົນປະໂຫຍດທີ່ສະມາຊິກພັກໄດ້ຮັບ ແລະ ເມື່ອໄດ້ເຂົ້າເປັນສະມາຊິກພັກ ປະຊາຊົນ ປະຕິວັດລາວແລ້ວຈະປົກປ້ອງບົດບາດ ແລະ ກຽດສັກສີຂອງພັກຄືແນວໃດ. ພາຍຫຼັງໄດ້ຮັບຟັງການບັນຍາຍແລ້ວມາຫາຊົນກ້າວໜ້າແຕ່ລະສະຫາຍກໍ່ໄດ້ປະກອບຄຳຄິດເຫັນ, ແລກປ່ຽນບົດຮຽນນຳຄະນະຮັບຜິດຊອບ, ຍັງໄດ້ຂຽນບົດ ແລະ ຜ່ານບົດຂອງແຕ່ລະສະຫາຍ ເພື່ອເປັນການປະເມີນຜົນໄດ້ຮັບຂອງມາຫາຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າພັກ.
ໂອກາດນີ້, ສະຫາຍ ສີໂພໄຊ ວິຫາລາດ ໄດ້ເນັ້ນໜັກໃຫ້ມະຫາຊົນກ້າວໜ້າໃນເມື່ອໄດ້ຮັບຮູ້ແລ້ວຈະຕ້ອງໄດ້ທົບທວນຄືນບັນດາບົດຮຽນໃນ 13 ຄຳຖາມ ແມ່ນເນື້ອໃນທີ່ສະມາຊິກພັກໄດ້ຮູ້, ມີຄວາມສຳນຶກ, ມີສະຕິ, ມີທັດສະນະ ແລະ ມີຈຸດຢືນໂດຍສະເພາະມາຫາຊົນຜູ້ທີ່ກ້າວໜ້າຈະຕ້ອງຕັ້ງໜ້າຝືກຝົນຫຼໍ່ຫຼອມຕົນເອງໃຫ້ເຂົ້າໃຈປະຫວັດຄວາມເປັນມາ, ອຸດົມການ, ທາດແທ້ຂອງພັກປະຊາຊົນ ປະຕິວັດລາວ, ມາດຖານ, ເງື່ອນໄຂຂອງສະມາຊິກພັກ,ຖືເອົາກົດລະບຽບຕ່າງໆຂອງພັກເປັນເຂັມທິດເຍືອງທາງໃນການ ຈັດຕັ້ງປະຕິບັດໜ້າທີວຽກງານຂອງຕົນ ແລະ ມີຄວາມຕື່ນຕົວສະໝັກໃຈເຂົ້າເປັນສະມາຊິກພັກ ປະຊາຊົນປະຕິວັດລາວ ເພື່ອເພີ່ມກຳລັັງແຮງສູ້ຮົບໃຫ້ແກ່ພັກນັບມື້ຫຼາຍຂຶ້ນ.
ພິທີຕ້ອນຮັບທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ
ໃນຕອນເຕົ້າວັນທີ 18 ກຸມພາ 2022 ຄະນະໂຄສະນາອົບຮົມແຂວງ ໄດ້ເປິດພິທີຕ້ອນຮັບ ທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ມາຢ້ຽມຢາມ ແລະ ເຮັດວຽກນຳຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ ຢູ່ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວໃຫ້ກຽດເປັນປະທານຂອງທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີທິມງານຄະນະໂຄສະນາອົບຮົມສູນກາງພັກ, ຄະນະນຳຄະນະໂຄສະນາອົບຮົມແຂວງ ແລະ ສະມາຊິກພັກ, ພະນັກງານ-ລັດຖະກອນເຂົ້າຮ່ວມທັງໝົດ 34 ທ່ານ, ຍິງ 10 ທ່ານ, ທ່ານ ຄອນສະຫວັນ ຊາພັກດີ ເລຂາໜ່ວຍພັກ, ຫົວໜ້າ ຄະນະໂຄສະນາອົບຮົມແຂວງໄດ້ລາຍງານຫຍໍ້ສະພາບການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາຂອງຄະນະໂຄສະນາອົບຮົມແຂວງ.
ການມາຢ້ຽມຢາມໃນຄັ້ງນີ້ໂດຍຈຸດປະສົງອັນຕົ້ນຕໍ່ດັ່ງນີ້:
1, ເກັບກຳສະພາບການຈັດຕັ້ງປະຕິບັດໜ້າວຽກງານຕາມພາລະບົດບາດ ແລະ ສິດໜ້າທີ່ທາງດ້ານແນວຄິດການເມືອງພາຍໃນຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ.
2, ເຜີຍແຜ່ຜົນສຳເລັດຂອງກອງປະຊຸມຄະນະໂຄສະນາອົບຮົມທົ່ວປະເທດທີ່ຜ່ານມາ (ກອງປະຊຸມທາງໄກ). ປີ 2021
3, ປຶກສາຫາລືກ່ຽວກັບວຽກງານຈຸດສຸມຈຳນວນໜຶ່ງ ໃນປີ 2022
ມີ 8 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 24 |
![]() | ມື້ວານນີ້ | 49 |
![]() | ອາທິດນີ້ | 419 |
![]() | ເດືອນນີ້ | 290 |
![]() | ທັງໝົດ | 152512 |