ຂະແໜງອົບຮົມ
ເປີດຮຽນສະໜັບສະໜູນພັກໃຫ້ມະຫາຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າພັກ
ວັນທີ 21-22 ທັນວາ 2022 ທີຜ່ານມາ ຂະແໜງອົບຮົມໄດ້ເປິດຮຽນສະໜັບສະໜູນພັກໃຫ້ມະຫາຊົນກ້າວໜ້າທີ່ຈະຂະຫຍາຍເຂົ້າພັກ ຢູ່ທີ່ຫ້ອງປະຊຸມໃຫຍ່ຄະນະໂຄ ສະນາອົບຮົມແຂວງໃຫ້ກຽດເປັນປະທານຂອງ ສະຫາຍ ຄອນສະຫວັນ ຊາພັກດີ ເລຂາໜ່ວຍພັກ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາແຂກຖືກເຊີນ ຕະຫຼອດຮອດມາຫາຊົນທີ່ກ້າວໜ້າທີ່ຈະຂະຫຍາຍເຂົ້າພັກເຂົ້າຮ່ວມ.
ພິທີໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ວ່າດ້ວຍການອະນຸມັດເປິດຮຽນສະໜັບສະໜູນພັກໃຫ້ມະຫາຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ, ຜ່ານກົດລະບຽບ ແລະ ບັນຍາຍເນື້ອໃນເອກະສານ 13 ຄຳຖາມ-13 ຄຳຕອບ ແລະ ບາງພຶດຕິກຳທີ່ຕິດພັນກັບເນື້ອໃນຈຳນວນໜຶ່ງຂອງພັກໃຫ້ແກ່ມາຫາຊົນກ້າວໜ້າ ເພື່ອເຮັດໃຫ້ມາຫາຊົນໄດ້ຮັບຮູ້, ເຂົ້າໃຈກ່ຽວກັບປະຫວັດ, ຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກ ປະຊາຊົນ ປະຕິວັດລາວ, ເຂົ້າໃຈກ່ຽວກັບມາດຖານ, ເງື່ອນໄຂຂອງມາຫາຊົນຜູ້ທີ່ຈະເຂົ້າເປັນສະມາຊິກພັກ, ຜົນປະໂຫຍດທີ່ສະມາຊິກພັກໄດ້ຮັບ ແລະ ເມື່ອໄດ້ເຂົ້າເປັນສະມາຊິກພັກ ປະຊາຊົນ ປະຕິວັດລາວແລ້ວຈະປົກປ້ອງບົດບາດ ແລະ ກຽດສັກສີຂອງພັກຄືແນວໃດ, ພາຍຫຼັງໄດ້ຮັບຟັງການບັນຍາຍແລ້ວມາຫາຊົນກ້າວໜ້າແຕ່ລະສະຫາຍກໍ່ໄດ້ປະກອບຄຳຄິດເຫັນ, ແລກປ່ຽນບົດຮຽນນຳມາຫາຊົນດ້ວຍກັນ ແລະ ຄະນະຮັບຜິດຊອບ ພ້ອມທັງຂຽນບົດ ແລະ ຜ່ານບົດຂອງແຕ່ລະສະຫາຍ ເພື່ອເປັນການປະເມີນຜົນໄດ້ຮັບຂອງມາຫາຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າພັກ ປາຊາຊົນປະຕິວັດລາວ.
ມີ 4 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 10 |
![]() | ມື້ວານນີ້ | 63 |
![]() | ອາທິດນີ້ | 147 |
![]() | ເດືອນນີ້ | 530 |
![]() | ທັງໝົດ | 183653 |