Slide Top

  • ​ພິ​ທີວາງ​ພວງ​ມາ​ລາ ແລະ ກະ​ຕາ​ດອກ​
  • ​ການເຜີຍ​ແຜ່​ ແລະ ແນະ​ນຳ​ກ່ຽວ​ກັບ​
  • ພິທີຮຽນສະໜັບສະໜູນພັກໃຫ້ມະຫາຊົນກ້າ
​ພິ​ທີວາງ​ພວງ​ມາ​ລາ ແລະ ກະ​ຕາ​ດອກ​ໄມ້​​ລະ​ນຶກສອງວັນ​ປະ​ຫວັດ​ສາດ

​ພິ​ທີວາງ​ພວງ​ມາ​ລາ ແລະ ກະ​ຕາ​ດອກ​ໄມ້​​ລະ​ນຶກສອງວັນ​ປະ​ຫວັດ​ສາດ

            ຕອນ​ເຊົ້າ​ວັນ​ທີ 22 ມີ​ນາ 2023  ທ່ານ ບົວຄົງ ...
​ການເຜີຍ​ແຜ່​ ແລະ ແນະ​ນຳ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ເອ​ກະ​ສານ

​ການເຜີຍ​ແຜ່​ ແລະ ແນະ​ນຳ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ເອ​ກະ​ສານ

​ການເຜີຍ​ແຜ່​ ແລະ ແນະ​ນຳ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ເອ​ກະ​ສານ​ ໃນວັນທີ 10 ມີນາ 2023 ...
Previous
Next

ຂ່າວໃໝ່

ກອງປະຊຸມດຳເນີນຊີວິດການເມືອງຕີລາຄາຄຸນນະພາບສະມາຊິກພັກ ປະຈຳປີ 2022

ກອງປະຊຸມ

ດຳເນີນຊີວິດການເມືອງຕີລາຄາຄຸນນະພາບສະມາຊິກພັກ, ໜ່ວຍພັກ ຕິດພັນກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ

ແລະ ຕີລາຄາພະນັກງານ-ລັດຖະກອນ ປະຈຳປີ 2022

        ກອງປະຊຸມດຳເນີນຊີວິດການເມືອງຕີ​ລາ​ຄາຄຸນນະພາບ ຈັດ​ແບ່ງ​ປະ​ເພດສະມາຊິກພັກໜ່ວຍພັກຄະ ນະໂຄສະນາອົບຮົມແຂວງ ບໍ່ແກ້ວ ແລະ ຕີລາຄາພະນັກງານ-ລັດຖະກອນ ປະຈຳປີ 2022  ໄດ້ຈັດຂຶ້ນ​ໃນວັນ​ທີ 15 ທັນວານີ້ ໂດຍການ​ເປັນ​ປະທານຂອງສະຫາຍ ຄອນສະຫວັນ ຊາພັກດີ ກຳມະການ​ພັກ​ແຂວງ,​ເລຂາ​ໜ່ວຍ​ພັກ, ຫົວໜ້າ​ຄະນະ​ໂຄສະນາອົບຮົມ​ແຂວງ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສຸກຂະ ຫຼຽນທອງຄຳ ຄະນະປະຈຳພັກແຂວງ ປະທານຄະນະກວດກາພັກ-ລັດແຂວງ, ມີບັນດາຄະນະໜ່ວຍພັກ, ​ແຂກ​ຮັບ​ເຊີນຕະຫຼອດ​ຮອດສະມາຊິກ​ພັກ​ເຂົ້າ​ຮ່ວມ.

        ສະຫາຍ ຄອນສະຫວັນ ຊາພັກດີ ເລຂາໜ່ວຍພັກໃຫ້ຮູ່ວ່າ ກອງ​ປະຊຸມ​​ຄັ້ງ​ນີ້ຈະໄດ້ສະຫຼູບຕີລາຄາ​ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ສຳຫຼວດການຊີ້ນຳລວມຂອງໜ່ວຍພັກ, ສະມາ ຊິກພັກ ແລະ ເປັນການສະຫຼຸບ​ຕີ​ລາຄາ​​ຄືນ​ການ​ຈັດ​ຕັ້ງປະຕິບັດ, ການ​ເຄື່ອນ​ໄຫວ, ການ​ຊີ້​ນຳ​-ນຳພາ​ຂອງ​ໜ່ວຍ​ພັກ​ ແລະ ກວດກາ​ຕີ​ລາຄາ​ຄືນການຈັດ​ຕັ້ງ​ປະຕິບັດ​ໜ້າ​ທີ່ການ​ເມືອງ​ ຂອງ​​ແຕ່ລະສະຫາຍສະມາ​ຊີກ​ພັກໃນ​ໜຶ່ງ​ປີຜ່ານ​ມາ ພ້ອມ​ທັງ​ກຳນົດ​ທິດ​ທາງ​ແຜນການ​ໃນ​ປີ 2023.

        ​ກອງປະຊຸມຄະນະຮັບຜິດຊອບ ໄດ້ຜ່ານບົດສະຫຼຸບຕີລາຄາຄືນການກໍ່ສ້າງໜ່ວຍພັກປອດໃສເຂັ້ມ ແຂງ, ໜັກແໜ້ນທາງດ້ານການເມືອງ-ແນວຄິດ, ດ້ານການຈັດຕັ້ງ, ແບບແຜນວິທີນຳພາ, ປະຕິບັດໜ້າທີ່ການເມືອງ-ແນວຄິດ, ວຽກງານວິຊາສະເພາະ, ການ​ຊີ້​ນຳ​-ນຳພາ​ຂອງ​ໜ່ວຍ​ພັກ​ໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງ ຜົນງານທີ່ພົ້ນເດັ່ນໄລຍະຜ່ານມາ ມີສະມາຊິກພັກທັງໝົດ 19 ສະຫາຍ, ຍິງ 4 ສະຫາຍ ໃນກອງປະຊຸມຍັງໄດ້ຕີລາຄາ ຜົນງານດ້ານ​ດີ​-ດ້ານ​ອ່ອນ-ຂໍ້ຄົງ​ຄ້າງ ແລະ ບາງບົດຮຽນທີ່ສາມາດຖອດຖອນໄດ້ໃນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນ 1 ປີຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ສາມາດຕີລາຄາຄຸນນະພາບຈັດແບ່ງປະເພດການນຳພາລວມຂອງຄະນະໜ່ວຍພັກ, ສະມາຊິກພັກ ໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານການເມືອງ, ການ ຈັດຕັ້ງ ແລະ ວຽກງານວິຊາສະເພາະ ພ້ອມທັງ​ຜ່ານ​ບົດ​ຕີ​ລາຄາຂອງ​ຕົນ​ເອງ​ຍົກ​ໃຫ້​ເຫັນ​ຜົນງານ​ທີ່​ພົ້ນ​ເດັ່ນ, ດ້ານ​ອ່ອນ-ຂໍ້ຄົງ​ຄ້າງ, ໃຫ້ໝູ່ຄະນະພາຍໃນສະມາຊິກມີຄຳເຫັນສົ່ງຂ່າວ ເພື່ອ​ນຳ​ມາປັບປຸງ​​ແກ້ໄຂ​ໃຫ້​ດີຂຶ້ນ​ສາມາດ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າທີ່​ການ​ເມືອງ​ໃນ​ໄລຍະ​ໃໝ່.

ສາຍພົວພັນລາວ-ຫວຽດນາມ

ຄຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ່ X ຂອງພັກ

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 45 ປີ

ຊົມເຊີມວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 60 ປີ

ວີດີໂອ....

ວາລະສານອາລຸນໃໝ່

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

                     

                                                             

ຈຳນວນຄົນອອນໄລ໌ທ

ມີ 9  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

157404
ມື້ນີ້ມື້ນີ້15
ມື້ວານນີ້ມື້ວານນີ້72
ອາທິດນີ້ອາທິດນີ້287
ເດືອນນີ້ເດືອນນີ້2568
ທັງໝົດທັງໝົດ157404