Slide Top

  • ​ພິ​ທີວາງ​ພວງ​ມາ​ລາ ແລະ ກະ​ຕາ​ດອກ​
  • ​ການເຜີຍ​ແຜ່​ ແລະ ແນະ​ນຳ​ກ່ຽວ​ກັບ​
  • ພິທີຮຽນສະໜັບສະໜູນພັກໃຫ້ມະຫາຊົນກ້າ
​ພິ​ທີວາງ​ພວງ​ມາ​ລາ ແລະ ກະ​ຕາ​ດອກ​ໄມ້​​ລະ​ນຶກສອງວັນ​ປະ​ຫວັດ​ສາດ

​ພິ​ທີວາງ​ພວງ​ມາ​ລາ ແລະ ກະ​ຕາ​ດອກ​ໄມ້​​ລະ​ນຶກສອງວັນ​ປະ​ຫວັດ​ສາດ

            ຕອນ​ເຊົ້າ​ວັນ​ທີ 22 ມີ​ນາ 2023  ທ່ານ ບົວຄົງ ...
​ການເຜີຍ​ແຜ່​ ແລະ ແນະ​ນຳ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ເອ​ກະ​ສານ

​ການເຜີຍ​ແຜ່​ ແລະ ແນະ​ນຳ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ເອ​ກະ​ສານ

​ການເຜີຍ​ແຜ່​ ແລະ ແນະ​ນຳ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ເອ​ກະ​ສານ​ ໃນວັນທີ 10 ມີນາ 2023 ...
Previous
Next

ຂ່າວໃໝ່

ພິທີວາງພວງມາລາ ເນື່ຶງໃນວັນເກີດທ່ານ ໄກສອນພົມ ວິຫານ ຄົບຮອບ 102 ປີ

   ຄະນະພັກ-ຄະນະນຳຂອງແຂວງ, ຫົວໜ້າ-ຮອງຫົວໜ້າ ແລະ ສະມາຊິກພັກວາງກະຕ່າດອກໄມ້ຢູ່ສະຖານທີ່ອະນຸສອນສະຖານປະທານ ໄກສອນ ພົມວິຫານ

ເນື່ອງໃນໂອກາດວັນຄ້າຍວັນກີດປະທານ ໄກສອນພົມ ວິຫານ ຄົບຮອບ 102 ປີ

           ໃນຕອນເຊົ້າວັນທີ 13 ທັນວາ 2022 ຄະນະປະຈຳພັັກແຂວງ, ກຳມະການພັກແຂວງ ແລະ ຫົວໜ້າ-ຮອງຫົວໜ້າ ແລະ ສະມາຊິກພັກອ້ອມຂ້າງແຂວງ ວາງກະຕ່າດອກໄມ້ຢູ່ສະຖານທີ່ອະນຸສອນສະຖານປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດວັນຄ້າຍວັນກີດປະທານ ໄກສອນພົມ ວິຫານ ຄົບຮອບ 102 ປີ ພິທີວາງພວງມາລາໄດ້ຈັດເປັນຂົງເຂດເຂົ້າວາງນຳພາໂດຍຄະນະພັກ-ຄະນະນຳຂອງແຂວງ, ຂົງເຂດພັກ-ພະນັກງານ, ຂົງເຂດ ປກຊ-ປກສ, ຂົງເຂດຕຸລາການ, ຂົງເຂດວັດທະນະທຳສັງຄົມ, ຂົງເຂດເສດຖະກິດ ແລະ ຂົງເຂດອົງການຈັດຕັ້ງມາຫາຊົນ.

          ເນື່ອງໃນໂອກາດວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ທີ່ໄດ້ໝູນວຽນມາບັນຈົບຄົບຮອບອິກວາລະໜຶ່ງ ເຊິ່ງມີອາຍຸຄົບ 102 ປີ. ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ, ໃນມື້ນີ້ການນໍາພັກ-ລັດທຸກພາກສ່ວນທຸກການຈັດຕັ້ງອ້ອມຂ້າງແຂວງບໍ່ແກ້ວໄດ້ນໍາເອົາກະຕ່າດອກໄມ້ທີ່ງົດງາມ, ຫອມຫວນ ແລະ ສົດໃສ ເຊິ່ງເປັນສິ່ງແທນດວງໃຈຂອງພະນັກງານ-ສະມາຊິກພັກ, ທະຫານ-ຕຳຫຼວດ ແລະ ທົ່ວປວງຊົນລາວບັນດາເຜົ່າຊາວແຂວງບໍ່ແກ້ວ ເຂົ້າມານ້ອມເຄົາລົບຕໍ່ອານຸສອນສະຖານຂອງທ່ານເພື່ອສະແດງຄວາມອາໄລຮັກຢ່າງສຸດຊຶ້ງ, ຄວາມກະຕັນຍູຮູ້ບຸນຄຸນຕໍ່ປະທານ ໄກສອນ ພົມວິຫານ ອາດີດການນໍາສູງສຸດຂອງພັກຜູ້ກໍ່ຕັ້ງພັກປະຊາຊົນປະຕິວັດລາວ, ຜູ້ສ້າງຕັ້ງກອງທັບປະຊາຊົນລາວ ແລະ ເປັນຜູ້ວາງແນວທາງປ່ຽນແປງໃໝ່ຮອບດ້ານຂອງພັກທີ່ສະຫຼາດສ່ອງໃສ, ຍ້ອນພາລະກິດ ແລະ ບຸນຄຸນຂອງທ່ານທີ່ໄດ້ສ້າງມານັ້ນຈື່ງເຮັດໃຫ້ປະເທດຊາດຂອງພວກເຮົາຫຼຸດພົ້ນອອກຈາກການກົດຂີ່ຂູດຮີດ, ຂອງພວກສັກດີນາ ແລະ ພວກລ່າເມືອງຂຶ້ນ, ສາມາດຍາດໄດ້ໄຊຊະນະຢ່າງສົມບູນ, ປະເທດຊາດໄດ້ຮັບການພັດທະນາກ້າວຂຶ້ນຢ່າງບໍ່ຢຸດຢັ້ງ, ຜົນງານ ແລະຄຸນງາມຄວາມດີຂອງທ່ານແມ່ນໄດ້ຝັງໄວ້ໃນດວງໃຈຂອງພະນັກງານ-ສະມາຊິກພັກ, ທະຫານ-ຕຳຫຼວດ ແລະ ປະຊາຊົນລາວບັນດາເຜົ່າທົ່ວແຂວງ ບໍ່ແກ້ວ ຢ່າງບໍມີວັນລືມ, ຂໍໃຫ້ດວງວິນຍານຂອງທ່ານທີ່ຢູ່ເທິງສະຫວັນຊັ້ນດາວະດຶງຈົ່ງຮັບຮູ້ວ່າ: ການນໍາພັກ-ລັດ, ສະມາຊິກພັກ, ພະນັກງານ, ທະຫານ-ຕຳຫຼວດ ແລະ ປະຊາຊົນລາວບັນດາເຜົ່າແມ່ນໄດ້ສືບທອດພາລະກິດເດີນຕາມແນວທາງ, ອຸດົມການ ຂອງພັກປະຊາຊົນລາວ ປະຕິວັດລາວ ທີ່ໄດ້ກຳນົດໄວ້ຢ່າງໜັກແໜ້ນ ແລະ ສືບຕໍ່ປົກປັກຮັກສາໝາກຜົນຂອງການປະຕິວັດທີ່ທ່ານໄດ້ນໍາພາຍາດມາໄດ້ ດ້ວຍເລືອດເນື້ອ, ເຫື່ອແຮງ ແລະ ສະຕິປັນຍາມັນສະໝອງ, ພ້ອມກັນສ້າງສາພັດທະນາປະເທດຊາດກໍຄືແຂວງບໍ່ແກ້ວໃຫ້ນັບມື້ຈະເລີນຮຸ່ງເຮືອງກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

         

ສາຍພົວພັນລາວ-ຫວຽດນາມ

ຄຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ່ X ຂອງພັກ

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 45 ປີ

ຊົມເຊີມວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 60 ປີ

ວີດີໂອ....

ວາລະສານອາລຸນໃໝ່

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

                     

                                                             

ຈຳນວນຄົນອອນໄລ໌ທ

ມີ 12  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

157426
ມື້ນີ້ມື້ນີ້37
ມື້ວານນີ້ມື້ວານນີ້72
ອາທິດນີ້ອາທິດນີ້309
ເດືອນນີ້ເດືອນນີ້2590
ທັງໝົດທັງໝົດ157426