ຄະນະປະຈຳພັັກແຂວງ, ກຳມະການພັກແຂວງ ແລະ ຫົວໜ້າພະແນກການອ້ອມຂ້າງແຂວງ 50 ກວ່າສະຫາຍວາງພວງມາລາເນື່ອງໃນວັນຊາດທີ 2 ທັນວາ ຄົບຮອບ 47 ປີ
ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ
ໃນຕອນເຊົ້າວັນທີ 1 ທັນວາ 2022 ຄະນະປະຈຳພັັກແຂວງ, ກຳມະການພັກແຂວງ ແລະ ຫົວໜ້າພະແນກການອ້ອມຂ້າງແຂວງ 50 ກວ່າສະຫາຍເຂົ້າວາງກະຕ່າດອກໄມ້ຢູ່ສະຖານທີ່ອານຸສາວະລີນັກຮົບນິລະນາມ (ຄ້າຍປ່າໄລ່) ແລະ ອະນຸສອນສະຖານປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດວັນສະຖາປະນາ ສປປລາວ ຄົບຮອບ 47 ປີ ແລະ ວັນຄ້າຍວັນກີດປະທານ ໄກສອນພົມ ວິຫານຄົບຮອບ 102 ປີ ໃຫ້ກຽດວາງພວງມາລາ ແລະ ກະຕ່າດອກໄມ້ຄັ້ງນີ້ໂດຍທ່ານ ປອ ບົວຄົງ ນາມມະວົງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆ ບໍ່ແກ້ວ, ມື້ນີ້ການນໍາພັກ-ລັດທົ່ວແຂວງບໍ່ແກ້ວໄດ້ນໍາເອົາພວງມາລາທີ່ງົດງາມມາວາງຢູ່ອານຸສາວະລີນັກຮົບນິລະນາມແຫ່ງນີ້ເພື່ອເປັນການໄຫ້ວອາໄລ ແລະ ລະນຶກເຖິ່ງມູນເຊື້ອ, ຄຸນງາມຄວາມດີອັນສະຫງ່າງາມ ແລະ ອົງອາດກ້າຫານຂອງບັນດານັກຮົບນິລະນາມ ທີ່ໄດ້ເສຍສະຫຼະຊີວິດ, ເລືອດເນື້ອ ເພື່ອປະເທດຊາດ ເພື່ອປະຊາຊົນ ໃນຂະບວນການປະຕິວັດຊາດ ຕະຫຼອດໄລຍະຜ່ານມາ ຍ້ອນຜົນງານຂອງບັນດາສະຫາຍ ປະເທດຊາດຂອງພວກເຮົາຈຶ່ງຫຼຸດພົ້ນອອກຈາກການກົດຂີ່ຂູດຮີດ, ສາມາດຍາດໄດ້ໄຊຊະນະຢ່າງສົມບູນ ແລະ ໄດ້ຮັບການພັດທະນາດີຂຶ້ນ,ຂໍໃຫ້ດວງວິນຍານຂອງບັນດາສະຫາຍຈົ່ງຮັບຮູ້ ແລະ ດົນບັນດານໃຫ້ແຂວງບໍ່ແກ້ວ, ພົ້ນຈາກໄພອັນຕະລາຍທັງປວງ, ເຮັດໃຫ້ແຂວງ ບໍ່ແກ້ວໄດ້ຮັບການພັດທະນາສູງຂຶ້ນຢ່າງຕໍ່ເນື່ອງ ແລະ ເອົາກະຕ່າດອກໄມ້ທີ່ງົດງາມ, ຫອມຫວນ ແລະ ສົດໃສ ເຊິ່ງເປັນສິ່ງແທນດວງໃຈຂອງປວງຊົນລາວຊາວ ແຂວງບໍ່ແກ້ວ ເຂົ້າມານ້ອມເຄົາລົບຕໍ່ອານຸສອນສະຖານຂອງທ່ານເພື່ອສະແດງຄວາມອາໄລຮັກຢ່າງສຸດຊຶ້ງ, ຄວາມກະຕັນຍູຮູ້ບຸນຄຸນຕໍ່ປະທານໄກສອນ ພົມວິຫານ ອາດີດການນໍາສູງສຸດຂອງພັກຜູ້ກໍ່ຕັ້ງພັກປະຊາຊົນປະຕິວັດລາວ, ຜູ້ສ້າງຕັ້ງກອງທັບປະຊາຊົນລາວແລະເປັນຜູ້ວາງແນວທາງປ່ຽນແປງໃໝ່ຂອງພັກທີ່ສະຫຼາດສ່ອງໃສ, ຍ້ອນພາລະກິດ ແລະ ບຸນຄຸນຂອງທ່ານທີ່ໄດ້ສ້າງມານັ້ນຈື່ງເຮັດໃຫ້ປະເທດຊາດຂອງພວກເຮົາຫຼຸດພົ້ນອອກຈາກການກົດຂີ່
ຂູດຮີດ, ຂອງພວກສັກດີນາ ແລະ ພວກລ່າເມືອງຂຶ້ນ, ສາມາດຍາດໄດ້ໄຊຊະນະຢ່າງສົມບູນ, ປະເທດຊາດໄດ້ຮັບການພັດທະນາກ້າວຂຶ້ນຢ່າງບໍ່ຢຸດຢັ້ງ, ຜົນງານ ແລະຄຸນງາມຄວາມດີຂອງທ່ານແມ່ນໄດ້ຝັງໄວ້ໃນດວງໃຈຂອງປະຊາຊົນລາວຢ່າງບໍມີວັນລືມ, ຂໍໃຫ້ດວງວິນຍານຂອງທ່ານທີ່ຢູ່ເທິງສະຫວັນຊັ້ນດາວະດຶງຈົ່ງຮັບຮູ້ວ່າ: ການນໍາພັກ-ລັດ, ສະມາຊິກພັກ, ພະນັກງານ ແລະ ປະຊາຊົນລາວແມ່ນໄດ້ສືບທອດພາລະກິດເດີນຕາມແນວທາງ, ອຸດົມການ ຂອງພັກປະຊາຊົນລາວ ປະຕິວັດລາວ ທີ່ໄດ້ກຳນົດໄວ້ຢ່າງໜັກແໜ້ນ ແລະ ສືບຕໍ່ປົກປັກຮັກສາໝາກຜົນຂອງການປະຕິວັດທີ່ທ່ານໄດ້ນໍາພາຍາດມາໄດ້ ດ້ວຍເລືອດເນື້ອ,ເຫື່ອແຮງແລະສະຕິປັນຍາ, ພ້ອມກັນສ້າງສາພັດທະນາປະເທດຊາດກໍຄືແຂວງບໍ່ແກ້ວໃຫ້ນັບມື້ຈະເລີນຮຸ່ງເຮືອງຂຶ້ນ.
ມີ 7 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 10 |
![]() | ມື້ວານນີ້ | 63 |
![]() | ອາທິດນີ້ | 147 |
![]() | ເດືອນນີ້ | 530 |
![]() | ທັງໝົດ | 183653 |