Slide Top

  • ແຂວງບໍ່ແກ້ວ ເຊື່ອມຊຶມ ມະຕິ ກອງປະຊຸມ
  • ພິທີເປີດຮຽນສະໜັບສະໜູນພັກໃຫ້ມະຫາຊົ
  • ໜ່ວຍຊາວໜຸ່ມຄະນະໂຄສະນາອົບຮົມແຂວງ ຈັ
 ແຂວງບໍ່ແກ້ວ ເຊື່ອມຊຶມ ມະຕິ ກອງປະຊຸມ ວຽກງານການເມືອງ-ແນວຄິດ ທົ່ວແຂວງ ຄັ້ງທີ I

ແຂວງບໍ່ແກ້ວ ເຊື່ອມຊຶມ ມະຕິ ກອງປະຊຸມ ວຽກງານການເມືອງ-ແນວຄິດ ທົ່ວແຂວງ ຄັ້ງທີ I

 ກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວແຂວງ ບໍ່ແກ້ວ ຄັ້ງທີ I ວັນທີ 27 ມິຖຸນາ 2023 ...
ພິທີເປີດຮຽນສະໜັບສະໜູນພັກໃຫ້ມະຫາຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າພັກ  ໃນວັນທີ 20-21ຕຸລາ 2022

ພິທີເປີດຮຽນສະໜັບສະໜູນພັກໃຫ້ມະຫາຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າພັກ ໃນວັນທີ 20-21ຕຸລາ 2022

ຂະແໜງອົບຮົມ ຄະນະໂຄສະນາອົບຮົມແຂວງ ໄດ້ເປີດຮຽນສະໜັບສະໜູນພັກໃຫ້ມະຫາຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າພ...
ໜ່ວຍຊາວໜຸ່ມຄະນະໂຄສະນາອົບຮົມແຂວງ ຈັດພິທີປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2022  ໃນວັນທີ 25 ຕຸລາ 2022

ໜ່ວຍຊາວໜຸ່ມຄະນະໂຄສະນາອົບຮົມແຂວງ ຈັດພິທີປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2022 ໃນວັນທີ 25 ຕຸລາ 2022

ໜ່ວຍຊາວໜຸ່ມຄະນະໂຄສະນາອົບຮົມແຂວງ ຈັດພິທີປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 20...
Previous
Next

ຂ່າວໃໝ່

ກອງປະຊຸມພົບປະແລກປ່ຽນບົດຮຽນລະຫວ່າງຄະນະໂຄສະນາອົບຮົມແຂວງບໍ່ແກ້ວ ແລະ ຄະນະໂຄສະນາອົບຮົມແຂວງຫຼວງນ້ຳທາ

ກອງປະຊຸມພົບປະແລກປ່ຽນຖອດຖອນບົດຮຽນລະຫວ່າງຄະນະໂຄສະນາອົບຮົມແຂວງບໍ່ແກ້ວ ແລະ ຄະນະໂຄສະນາອົບຮົມແຂວງຫຼວງນ້ຳທາ

ໃນລະຫວ່າງວັນທີ 1-2 ກັນຍາ 2022

            ກອງປະຊຸມພົບປະແລກປ່ຽນຖອດຖອນບົດຮຽນລະຫວ່າງຄະນະໂຄສະນາອົບຮົມແຂວງບໍ່ແກ້ວ ແລະ ຄະນະໂຄສະນາອົບຮົມແຂວງຫຼວງນ້ຳທາ ໄດ້ຈັດຂຶ້ນໃນວັນທີ 1 ກັນຍາ 2022 ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງບໍ່ແກ້ວ ພາຍໃຕ້ການເປັນປະທ່ານ ຂອງທ່ານ ຄອນສະຫວັນ ຊາພັກດີ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ, ທ່ານ ບຸນມາ ພັນດາວົງ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ຫຼວງນ້ຳທາ, ມີບັນດາສະມາຊິກພັກ, ພະນັກງານ-ລັດຖະກອນຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ ແລະ ຄະນະໂຄສະນາອົບຮົມແຂວງ ຫຼວງນ້ຳທາ ພ້ອມໂດຍຄະນະໂຄສະນາອົບຮົມເມືອງຫ້ວຍຊາຍເຂົ້າຮ່ວມທັງໝົດ 37 ສະຫາຍ, ຍິງ 9 ສະຫາຍ.

         ກອງ​ປະຊຸມ​ທັງ​ສອງຝ່າຍໄດ້​ຜັນ​ປ່ຽນ​ການ​ລາຍ​ງານ​ສະພາບ​ລວມຂອງ​ແຂວງ ​ແລະ ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານຂອງຄະນະ​ໂຄສະນາ-ອົບຮົມ​​ແຂວງ ພາຍ​ໃນຂອງ​ຕົນ​ເຖິງ​ກັນ ​ແລະ​ ກັນ​​ໃຫ້​ຊາ​ບ, ​ເປັນຕົ້ນ​ແມ່ນ​ວຽກ​ງານ ບໍລິຫານ, ວຽກ​ງານ​​ໂຄສະນາປາຖະກະຖາ, ວຽກ​ງານ​​ເກັບ​ກຳຫາງສຽງ​ສັງຄົມ ​ແລະ ວຽກ​ງານ​ອື່ນ. ແຂວງບໍ່ແກ້ວ ເປັນແຂວງໜຶ່ງໃນພາກເໜືອ ເຊິ່ງຕັ້ງຢູ່ທິດຕາເວັນຕົກສຽງເໜືອຂອງ ສປປລາວ ເປັນແຂວງພູດອຍ ແລະ ເປັນແຂວງທີ່ແຍກອອກຈາກແຂວງຫຼວງນ້ຳທາ ໃນປີ 1983, ມີເນື້ອທີທັງໝົດ 6.196 ກິໂລຕາແມັດ, ທິດຕາເວັນຕົກຕິດກັບປະເທດມ່ຽນມາ ແລະ ລາຊາອານາຈັກໄທ, ທິດຕາເວັນອອກຕິດກັບແຂວງ ຫຼວງນ້ຳທາ ແລະ ແຂວງອຸດົມໄຊ, ທາງທິດໃຕ້ຕິດກັບແຂວງ ໄຊຍະບູລີ, ມີເສັ້ນທາງ R3 ເປັນເສັ້ນທາງຜ່ານຂົວມິດຕະພາບ 4 ລະດັບອະນຸພາກພື້ນທີ່ມີຈຸດເຊື່ອມຕໍ່ຈາກປະເທດໄທ ( ອຳເພີຊຽງຂອງຈັງວັດຊຽງຣາຍ ) ໄປຫາແຂວງຢຸນນານ ສປຈີນ, ມີແມ່ນ້ຳຂອງເປັນທາງຜ່ານສຳຄັນໃນລະດັບອານຸພາກພື້ນໂດຍສະເພາະແມ່ນຜ່ານລະຫວ່າງປະເທດຈີນ, ມ່ຽນມາ, ລາວ ແລະ ປະເທດໄທ, ແຂວງບໍ່ແກ້ວປະກອບດ້ວຍ 5 ເມືອງ ແລະ 1 ເຂດເສດຖະກິດພິເສດສາມຫຼ່ຽມຄຳ, ມີພົນລະເມືອງທັງໝົດປະມານ 185.378 ຄົນຍິງ 93.752 ຄົນແລະປະກອບດ້ວຍ 13 ເຜົ່າຢູ່ເຕົ້າໂຮມກັນ, ຜູ້ທີ່ເຮັດວຽກງານໂຄສະນາທົ່ວແຂວງ ບໍ່ແກ້ວ ມີ 50 ສະຫາຍ, ຍິງ 20 ຄົນໃນນັ້ນເປັນກຳມະການພັກແຂວງ 1 ສະຫາຍ, ກຳມະການພັກເມືອງ 5 ສະຫາຍ, ຍິງ 0 ສະຫາຍ, ເປັນສະມາຊິກພັກທັງໝົດ 43 ສະຫາຍ, ຍິງ 14 ສະຫາຍ,  ຂັ້ນແຂວງມີພະນັກງານ-ລັດຖະກອນທັງໝົດ 20 ຄົນ, ຍິງ 6 ຄົນ, ມີສະມາຊິກພັກທັງໝົດ 19 ສະຫາຍ, ຍິງ 6 ສະຫາຍ; ນອກນັ້ນມີອາສາສະໝັກ 2 ສະຫາຍ, ຍິງ 0, ຂັ້ນເມືອງມີພະນັກງານ-ລັດຖະກອນທັງໝົດ 30 ສະຫາຍ, ຍິງ 14 ສະຫາຍ, ປະກອບມີບັນດາຂະແໜງການຄື:  ຂະແໜງບໍລິຫານ, ຂະແໜງປາຖະກະຖາ, ຂະແໜງອົບຮົມ ແລະ ຂະແໜງສັງລວມ-ຫາງສຽງສັງຄົມ. ມີໜ້າທີ່ພາລະບົດບາດໃນການເປັນເສນາທິ ການໃຫ້ແກ່ຄະນະປະຈຳພັກແຂວງ  ແລະ ການດຳເນີນວຽກງານການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ປະຊົນບັນດາເຜົ່າ ພ້ອມທັງຊູກຍູ້ຕິດຕາມກວດກາຕິລາຄາ ແລະ ລາຍ ງານສະພາບການຕ່າງໆເພື່ອຄວາມຮັບປະກັນໃຫ້ແກ່ການວຽກງານໂຄສະນາ-ອົບຮົມ ເຄື່ອນໄຫວໄປຕາມ ຫຼັກການລວມສູນປະຊາທິປະໄຕຊູກຍູ້ບັນດາຂະແໜງການ ແລະ ທ້ອງຖິ່ນ ໄດ້ຮັບການຍົກລະດັບທິດ ສະດີທາງໄລຍະສັ້ນ, ໄລຍະຍາວ ເພື່ອເພີ່ມຄວາມສາມາດໃນການຊີ້ນຳນຳພາວຽກງານໂຄສະນາໃຫ້ມີຜົນສຳເລັດ.  ສຳລັບຄະນະໂຄສະນາ-ອົບຮົມແຂວງ ຫຼວງນ້ຳທາ ເປັນອົງການໜຶ່ງທີ່ມີຄວາມສຳຄັນເປັນເສນາທິການໃຫ້ແກ່ອົງຄະນະພັກແຂວງໃນການເຕົ້າໂຮມຄວາມສາມັກຄີ, ການສຶກສາອົບຮົມການເມືອງ-ແນວຄິດ, ປະຈຸບັນມີພະນັກງານທີ່ເຮັດວຽກງານໂຄສະນາ-ອົບຮົມທົວແຂວງ 68 ສະຫາຍ, ຍິງ 18 ສະຫາ, ໃນນັ້ນຢູ່ຂັ້ນແຂວງມີ 20 ສະຫາຍ, ຍິງ 5 ສະຫາຍ, ປະກອບບັນດາຂະແໜງຄື: ຂະແໜງບໍລິຫານ, ຂະແໜງປາຖະກະຖາ, ຂະແໜງອົບຮົມ ແລະ ຂະແໜງສັງລວມ-ຫາງສຽງສັງຄົມ. ມີໜ້າທີ່ເຄື່ອນໄຫວຊີ້ນຳສຶກສາອົບຮົມການເມືອງແນວຄິດໃຫ້ແກ່ສະມາຊິກພັກ-ພະນັກງານ ແລະ ປະຊາຊົນບັນດາເຜົ່າເປັນບັນຫາສຳຄັນ ເພື່ອນຳເອົາແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ນິຕິກຳ ແລະ ຄຳສັ່ງຕ່າງໆມາເຜີຍແຜ່ເຊື່ອມຊຶມໃຫ້ທຸກຄົນມີຄວາມເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງລັດລະບຽບກົດໝາຍຂອງລັດເພື່ອຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ຢູ່ໃນສັງຄົມໃຫ້ຫຼຸດເທື່ອລະກ້າວ. 

 

          ທ່ານ ຄອນສະຫວັນ ຊາພັກດີ  ໄດ້ເວົ້າວ່າການຖອດຖອນບົດຮຽນໃນຄັ້ງນີ້ແມ່ນການສ້າງຄວາມສາມັກຄີລະຫວ່າງຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ ກັບ ຄະນະໂຄສະນາອົບຮົມແຂວງຫຼວງນ້ຳທາ, ທັງສອງຝ່າຍຈະນຳເອົາບົດຮຽນ ຕ່າງໆຂອງແຕ່ລະຂະແໜງການ-ກົມກອງທີ່ໄດ້ຖອດຖອນທັງໝົດນີ້ໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ ແລະ ສືບຕໍ່ຖອດຖອນບົດຮຽນລະຫວ່າງແຂວງກັບແຂວງ-ເມືອງກັບເມືອງໃນຄັ້ງຕໍ່ໆໄປ. 

ສາຍພົວພັນລາວ-ຫວຽດນາມ

ຄຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ່ X ຂອງພັກ

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 45 ປີ

ຊົມເຊີມວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 60 ປີ

ວີດີໂອ....

ວາລະສານອາລຸນໃໝ່

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

                     

                                                             

ຈຳນວນຄົນອອນໄລ໌ທ

ມີ 6  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

183652
ມື້ນີ້ມື້ນີ້9
ມື້ວານນີ້ມື້ວານນີ້63
ອາທິດນີ້ອາທິດນີ້146
ເດືອນນີ້ເດືອນນີ້529
ທັງໝົດທັງໝົດ183652