ສະຫາຍ ລາວປາວ ຊົງ ນະວົງໄຊ ກໍາມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມທິມງານຢ້ຽມຢາມ ແລະ ພົບປະຄະນະໂຄສະນາອົບຮົມເມືອງປາກທາ
ສະຫາຍ ລາວປາວຊົ່ງ ນະວົງໄຊ, ກໍາມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະທິມງານ ໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ວຽກງານໂຄສະນາອົບຮົມ ຢູ່ເມືອງປາກທາ ໃນວັນທີ 5 ສິງຫາ 2022 ແລະ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກການນຳ ຂອງເມືອງ ກໍຄື ຄະນະໂຄສະນາອົບຮົມເມືອງປາກທາ.
ພິທີພົບປະ ໄດ້ຈັດຂຶ້ນຢູ່ຫ້ອງປະຊຸມຫ້ອງວ່າການເມືອງປາກທາ ໂດຍມີພະນັກງານໂຄສະນາອົບຮົມເມືອງເຂົ້າຮ່ວມ ຢ່າງພ້ອມພຽງ; ໃນໂອກາດດັ່ງກ່າວ ສະຫາຍຫົວໜ້າຄະນະໂຄສະນາອົບຮົມເມືອງ ແລະ ຮອງເລຂາພັກເມືອງ ຮອງເຈົ້າເມືອງໆປາກທາ ກໍໄດ້ລາຍງານສະພາບການເຄື່ອນໄຫວວຽກງານໂຄສະນາອົບຮົມຂອງເມືອງໄລຍະຜ່ານມາ; ເຖິງແມ່ນວ່າສະພາບໂດຍລວມໃນໄລຍະ 2ປີຜ່ານມາ ພົບຄວາມຫຍຸ້ງຍາກຫຼາຍດ້ານບວກກັບຄວາມຫຍຸ້ງຍາກພາຍໃນ ເປັນຕົ້ນ: ບຸກຄະລາກອນໃນຄະນະໂຄສະນາອົບຮົມເມືອງ ບໍ່ພຽງພໍກັບຕຳແໜ່ງງານທີ່ໄດ້ກໍານົດໄວ້, ພາຫະນະອຸປະກອນໃຊ້ຍັງພົບຄວາມຫຍຸ້ງຍາກ, ງົບປະມານມີຈຳກັດ ແລະ ບັນຫາອື່ນໆ. ໂດຍພາຍໃຕ້ການຊີ້ນຳ-ນຳພາ ຢ່າງໃກ້ຊິດຕິດແທດ ຂອງອົງຄະນະພັກເມືອງ ບວກກັບຄວາມບຸກບືນສູ້ຊົນ ຂອງຄະນະໂຄສະນາອົບຮົມເມືອງ, ສາມາດປະຕິບັດໜ້າທີ່ ຂອງຕົນໄດ້ເປັນຢ່າງດີ, ເຮັດໃຫ້ ສະພາບແນວຄິດ ຂອງສະມາຊິກພັກ,ພະນັກງານ, ມີຄວາມອຸ່ນອຽນ, ທຸ່ນທ່ຽງ, ເຊື່ອໝັ້ນຕໍ່ແນວທາງ,ແຜນນະໂຍບາຍ ຂອງພັກ, ເປັນເຈົ້າການຈັດຕັ້ງຜັນຂະຫຍາຍ ມະຕິ-ຄໍາສັ່ງ ຂອງຂັ້ນເທິງກໍຄື ແຜນພັດທະນາເສດຖະກິດ-ສັງຄົມຂອງ ເມືອງວາງອອກຢ່າງຕັ້ງໜ້າ; ປະຊາຊົນມີຄວາມຕື່ນຕົວ ແລະ ເປັນເຈົ້າການພັດທະນາຊີວິດການເປັນຢູ່ ຂອງຕົນຫລາຍຂຶ້ນ ໂດຍສະເພາະແມ່ນເມືອງຫ້ວຍຊາຍເປັນເມືອງໃຈກາງເທດສະບານແຂວງ. ແຕ່ກໍຍັງມີຫຼາຍດ້ານ ທີ່ຈະຕ້ອງໄດ້ສືບຕໍ່ບຸກບືນສູ້ຊົນໃນຕໍ່ໜ້າໂດຍສະເພາະແມ່ນ ການປັບປຸງຄຸນນະພາບ ຂອງວຽກງານໂຄສະນາອົບຮົມ ໃຫ້ໄປສູ່ຄຸນນະພາບໃໝ່.
ໃນໂອກາດດັ່ງກ່າວ ສະຫາຍ ລາວປາວຊົ່ງ ນະວົງໄຊ ກໍໄດ້ມີຄຳເຫັນຊີ້ນຳບາງບັນຫາດັ່ງນີ້: ເຊິ່ງກ່ອນໝົດ ສະຫາຍ ໄດ້ແດງຄວາມຍ້ອງຍໍຊົມເຊີຍ ຕໍ່ກັບຄະນະພັກ ຄະນະນຳ ຂອງເມືອງທີ່ໄດ້ເອົາໃສ່ຊີ້ນຳຢ່າງໃກ້ຊິດຕິດແທດ ບວກກັບຄວາມບຸກບືນສູ້ຊົນ ຂອງຄະນະໂຄສະນາອົບຮົມທັງສອງເມືອງໃນໄລຍະຜ່ານມາ ແລະ ສາມາດຍາດໄດ້ຜົນສຳເລັດຫຼາຍດ້ານ; ໄປຄຽງຄູ່ກັບຜົນງານທີ່ຍາດມາໄດ້ນັ້ນ ກໍຍັງບາງດ້ານທີ່ຈະຕ້ອງໄດ້ເອົາໃຈໃສ່ເພີ່ມທະວີໃນຕໍ່ໜ້າເປັນຕົ້ນ: ເອົາໃຈໃສ່ໂຄສະນາເຜີຍແຜ່ ແລະ ເຊື່ອມຊຶມບັນດານິຕິກໍາສໍາຄັນຕ່າງໆ ຂອງພັກ-ລັດ ດ້ວຍຫຼາຍຮູບຫຼາຍສີ ເພື່ອສຶກສາອົບຮົມແນວຄິດ ຂອງສະມາຊິກພັກ, ພະນັກງານ ແລະ ປະຊາຊົນບັນດາເຜົ່າພາຍໃນເມືອງກຳແໜ້ນຕໍ່ແນວທາງ, ແຜນນະໂຍບາຍ ຂອງພັກ, ມີຄວາມຮັບຮູ້-ເຂົົົ້າໃຈຖືກຕ້ອງຕາມທັດສະນະ ຂອງພັກທີ່ມີຕໍ່ບັນຫາທີ່ພົ້ນເດັ່ນທີ່ເກີດຂຶ້ນຢູ່ພາຍໃນ ແລະ ຕ່າງປະເທດ; ສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກແຂວງ ກໍຄື ມະຕິກອງປະຊຸມໃຫຍ່ອົງຄະນະພັກເມືອງ ໃຫ້ກວ້າງຂວາງ, ທົ່ວເຖິງ..
ມີ 9 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 17 |
![]() | ມື້ວານນີ້ | 49 |
![]() | ອາທິດນີ້ | 412 |
![]() | ເດືອນນີ້ | 283 |
![]() | ທັງໝົດ | 152505 |