ຂະແໜງອົບຮົມ ຄະນະໂຄສະນາອົບຮົມແຂວງ
ໄດ້ເປີດຮຽນສະໜັບສະໜູນພັກໃຫ້ມະຫາຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າພັກ
ວັນທີ 25-26 ກໍລະກົດ 2022 ທີຜ່ານມາ ຂະແໜງອົບຮົມ ເປິດຮຽນສະໜັບສະໜູນພັກໃຫ້ມະຫາຊົນກ້າວໜ້າທີ່ຈະຂະຫຍາຍເຂົ້າພັກ ຢູ່ທີ່ຫ້ອງປະຊຸມໃຫຍ່ຄະນະໂຄສະນາອົບຮົມແຂວງໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ຄອນສະຫວັນ ຊາພັກດີ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ເຂົ້າຮ່ວມມີຫົວໜ້າ-ຮອງຫົວໜ້າຂະແໜງ, ພະນັກງານສະມາຊິກພັກ, ບັນດາແຂກຖືກເຊີນຕະຫຼອດຮອດມາຫາຊົນທີ່ກ້າວໜ້າທີ່ຈະຂະຫຍາຍເຂົ້າພັກເຂົ້າຮ່ວມ.
ພິທີໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ວ່າດ້ວຍການອະນຸມັດເປິດຮຽນສະໜັບສະໜູນພັກໃຫ້ມະຫາຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າພັກ, ຜ່ານກົດລະບຽບ ແລະ ບັນຍາຍເນື້ອໃນເອກະສານ 13 ຄຳຖາມ ແລະ ບາງພຶດຕິກຳທີ່ຕິດພັນກັບເນື້ອໃນຈຳນວນໜຶ່ງຂອງພັກໃຫ້ແກ່ມາຫາຊົນກ້າວໜ້າ ເພື່ອເຮັດໃຫ້ມາຫາຊົນໄດ້ຮັບຮູ້, ເຂົ້າໃຈກ່ຽວກັບປະຫວັດ, ຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກ ປະຊາຊົນ ປະຕິວັດລາວ, ເຂົ້າໃຈກ່ຽວກັບມາດຖານ, ເງື່ອນໄຂຂອງມາຫາຊົນຜູ້ທີ່ຈະເຂົ້າເປັນສະມາຊິກພັກ, ຜົນປະໂຫຍດທີ່ສະມາຊິກພັກໄດ້ຮັບ ແລະ ເມື່ອໄດ້ເຂົ້າເປັນສະມາຊິກພັກ ປະຊາຊົນ ປະຕິວັດລາວແລ້ວຈະປົກປ້ອງບົດບາດ ແລະ ກຽດສັກສີຂອງພັກຄືແນວໃດ. ພາຍຫຼັງໄດ້ຮັບຟັງການບັນຍາຍແລ້ວມາຫາຊົນກ້າວໜ້າແຕ່ລະສະຫາຍກໍ່ໄດ້ປະກອບຄຳຄິດເຫັນ, ແລກປ່ຽນບົດຮຽນນຳຄະນະຮັບຜິດຊອບ, ຍັງໄດ້ຂຽນບົດ ແລະ ຜ່ານບົດຂອງແຕ່ລະສະຫາຍ ເພື່ອເປັນການປະເມີນຜົນໄດ້ຮັບຂອງມາຫາຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າພັກ.
ໂອກາດນີ້, ສະຫາຍ ຄອນສະຫວັນ ຊາພັກດີ ໄດ້ເນັ້ນໜັກໃຫ້ມະຫາຊົນກ້າວໜ້າໃນເມື່ອໄດ້ຮັບຮູ້ແລ້ວຈະຕ້ອງໄດ້ທົບທວນຄືນບັນດາບົດຮຽນໃນ 13 ຄຳຖາມ ແມ່ນເນື້ອໃນທີ່ສະມາຊິກພັກໄດ້ຮູ້, ມີຄວາມສຳນຶກ, ມີສະຕິ, ມີທັດສະນະ ແລະ ມີຈຸດຢືນໂດຍສະເພາະມາຫາຊົນຜູ້ທີ່ກ້າວໜ້າຈະຕ້ອງຕັ້ງໜ້າຝືກຝົນຫຼໍ່ຫຼອມຕົນເອງໃຫ້ເຂົ້າໃຈປະຫວັດຄວາມເປັນມາ, ອຸດົມການ, ທາດແທ້ຂອງພັກປະຊາຊົນ ປະຕິວັດລາວ, ມາດຖານ, ເງື່ອນໄຂຂອງສະມາຊິກພັກ,ຖືເອົາກົດລະບຽບຕ່າງໆຂອງພັກເປັນເຂັມທິດເຍືອງທາງໃນການ ຈັດຕັ້ງປະຕິບັດໜ້າທີວຽກງານຂອງຕົນ ແລະ ມີຄວາມຕື່ນຕົວສະໝັກໃຈເຂົ້າເປັນສະມາຊິກພັກ ປະຊາຊົນປະຕິວັດລາວ ເພື່ອເພີ່ມກຳລັັງແຮງສູ້ຮົບໃຫ້ແກ່ພັກນັບມື້ຫຼາຍຂຶ້ນ.
ມີ 42 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 28 |
![]() | ມື້ວານນີ້ | 49 |
![]() | ອາທິດນີ້ | 423 |
![]() | ເດືອນນີ້ | 294 |
![]() | ທັງໝົດ | 152516 |