ພິທີຝຶກອົບຮົມຄວາມຮູ້ພື້ນຖານວຽກງານ ໄອທີ
ໃຫ້ແກ່ພະນັກງານຄະນະໂຄສະນາອົບຮົມແຂວງ, ຄະນະກວດກາພັກ-ລັດແຂວງ ແລະ ຄະນະໂຄສະນາອົບຮົມເມືອງ ຫ້ວຍຊາຍ ໃນຄັ້ງວັນທີ 21 ມິຖຸນາ 2022
ຄະນະໂຄສະນາອົບຮົມສູນກາງພັກສົມທົບຄະນະຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ ເປີດພິທີຝຶກອົບຮົມຄວາມຮູ້ພື້ນຖານວຽກງານ ໄອທີ ໃຫ້ແກ່ພະນັກງານຄະນະໂຄສະນາອົບຮົມແຂວງ, ຄະນະກວດກາພັກ-ລັດແຂວງ ແລະ ຄະນະໂຄສະນາອົບຮົມເມືອງຫ້ວຍຊາຍ ໃນລະຫວ່າງວັນທີ 21-22 ມິຖຸນາ 2022 ນີ້ ຢູ່ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ໃຫ້ກຽດເປັນປະທານໃນຄັ້ງນີ້ມີ ທ່ານ ຄອນສະຫວັນ ຊາພັກດີ ກຳມະການພັກແຂວງ ຫົວໜ້າ ຄະນະໂຄສະນາອົບຮົມແຂວງ, ມີທ່ານ ນາງ ມອນສະຫວັນ ແສນໄຕ ຮອງຫົວໜ້າກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ, ເຂົ້າຮ່ວມມີບັນດາຫົວໜ້າ-ຮອງຫົວໜ້າ ຄະນະໂຄສະນາອົບຮົມແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ, ສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ນັກສຳມະນາກອນເຂົ້າຮ່ວມທັງໝົດ 24 ສະຫາຍ, ຍິງ 12 ສະຫາຍ.
ພິທີຝຶກອົບຮົມໃນຄັ້ງນີ້ທ່ານ ນາງ ມອນສະຫວັນ ແສນໄຕ ຮອງຫົວໜ້າກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ກ່າວເປິດພິທີຢ່າງມີຄວາມໝາຍສຳຄັນອັນເລິກເຊິ່ງ ພ້ອມທັງສະເໜີຈຸດປະສົງຕົ້ນຕໍ່ໂດຍປະຕິບັດຕາມແຜນການເຄື່ອນໄຫວຂອງຄະນະໂຄສະນາອົບຮົມສູນກາງພັກ, ທິດຊີ້ນຳຂອງຄະນະພັກ-ຄະນະນຳ ກ່ຽວກັບການພັດທະນາວຽກງານໄອທີ, ການບຳລຸງຮັກສາຄອມພິວເຕີ ແລະ ລະບົບເຄື່ອຂາຍເອເລັກໂຕນິກຢູ່ຂັ້ນທ້ອງຖິ່ນ, ອິງຕາມແຜນການຍົກລະດັບວຽກງານທາງດ້ານໄອທີຂອງຄະນະໂຄສະນາອົບຮົມແຂວງ ແລະ ຕາມແຜນດຳເນີນການ, ໂຄງການປະຈຳປີ 2022 ຂອງກົມຂໍ້ມູນຂ່າວສານໃນການພັດທະນາໄອທີ, ການບຳລຸງຮັກສາຄອມພິວເຕີ ແລະ ລະບົບເຄື່ອຂາຍເອເລັກໂຕນິກ, ເພື່ອຍົກສູງຄຸນນະພາບ ວຽກງານໂຄສະນາອົບຮົມເວົ້າລວມເວົ້າສະເພາະ ກໍແມ່ນການນຳໃຊ້ເຄື່ອງມືເຕັກໂນໂລຊີເຂົ້າໃນວຽກງານໂຄສະນາອົບຮົມນັບແຕ່ສູນກາງຮອດທ້ອງຖິ່ນ ເພ່ືອສ້າງບາດກ້າວການປ່ຽນໃໝ່ຂອງວຽກງານການເມືອງ-ແນວຄິດ, ຕາມທິດຈຸດສຸມຄຸນນະພາບວຽກງານວິຊາສະເພາະ ແລະ ການຫັນວຽກງານໂຄສະນາອົບຮົມເທື່ອລະກ້າວໃຫ້ແທດເໝາະກັບຍຸກ 4.0, ເພື່ອເຮັດໃຫ້ພະນັກງານວິຊາການ ຂອງຄະນະໂຄສະນາອົບຮົມແຂວງໄດ້ຮັບຮູ້, ເຂົ້າໃຈ, ສາມາດພັດທະນາທາງດ້ານວຽກງານໄອທີ, ການບຳລຸງຮັກສາຄອມພິວເຕີ ແລະ ລະບົບເຄື່ອຂາຍເອເລັກໂຕນິກ.
ທ້າຍນີ້ ທ່ານ ຄອນສະຫວັນ ຊາພັກດີ ກຳມະການພັກແຂວງ ຫົວໜ້າ ຄະນະໂຄສະນາອົບຮົມແຂວງ, ໄດ້ມີຄຳເຫັນຕໍ່ຊຸດຝຶກອົບຮົມວ່າການຝຶກອົບຮົມໃນຄັ້ງນີ້ເພື່ອຍົກສູງຄວາມຮູ້ແກ່ພະນັກງານວິຊາການໄດ້ຮັບຮູ້ເຂົ້າໃຈອັນເລີກເຊິ່ງ ເຖິ່ງບົດບາດເຕັກໂນໂລຊີຂໍ້ມູນຂ່າວສານໃນດ້ານຕ່າງໆກ່ຽວກັບວຽກງານໄອທີ, ການບຳລຸງຮັກສາຄອມພິວເຕີ ແລະ ລະບົບເຄື່ອຂາຍເອເລັກໂຕນິກໃຫ້ນັບມື້ສູງຂຶ້ນ
ມີ 11 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 18 |
![]() | ມື້ວານນີ້ | 49 |
![]() | ອາທິດນີ້ | 413 |
![]() | ເດືອນນີ້ | 284 |
![]() | ທັງໝົດ | 152506 |