ຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ
ຈັດຕັ້ງປາຖະກະຖາ ວັນສ້າງຕັ້ງອົງການໄອຍະການປະຊາຊົນ ຄົບຮອບ 32 ປີ
ຄະນະໂຄສະນາອົບຮົມແຂວງ ໄດ້ຈັດຕັ້ງປາຖະກະຖາວັນສ້າງຕັ້ງອົງການໄອຍະການປະຊາຊົນ ຄົບຮອບ 32 ປີ ໃນວັນທີ 18 ມັງກອນ 2022 ເວລາ 8:30 ນາທີ, ຢູ່ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວໃຫ້ກຽດຂຶ້ນເລົ່າມູນເຊື້ອໂດຍທ່ານ ຄອນສະຫວັນ ຊາພັກດີ ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ມີບັນດາຄະນະພັກ, ຫົວໜ້າ-ຮອງຫົວໜ້າຂະແໜງການ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມທັງໝົດ 10 ສະຫາຍ, ຍິງ 7 ສະຫາຍ.
ການຈັດຕັ້ງປາຖະກະຖາໃນຄັ້ງນີ້ເພື່ອຫວນຄືນຂະບວນວິວັດແຫ່ງການກໍາເນີດເກີດຂຶ້ນ ແລະ ຂະຫຍາຍຕົວຂອງອົງການໄອຍະການປະຊາຊົນຂັ້ນສູນກາງລົງຮອດທ້ອງຖິ່ນ ກໍຄືການສ້າງລັດປະຊາທິປະໄຕ ປະຊາຊົນທີ່ປົກຄອງດ້ວຍກົດຫມາຍໃນຕະຫຼອດໄລຍະທີ່ຜ່ານມາ ແນໃສ່ສຶກສາອົບຮົມການເມືອງ-ແນວຄິດໃນທົ່ວພັກ-ລັດ, ທົ່ວກຳລັງປະກອບອາວຸດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ ແລະ ພົນລະເມືອງລາວທຸກທົ່ວໜ້າ.
ວຽກງານໄອຍະການເປັນຫວຽກງານໜຶ່ງທີສຳຄັນປະກອບສວນເຂົ້າໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ເພື່ອປົກປັກຮັກສາຜົນປະໂຫຍດຂອງລັດ, ສັງຄົມ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງ, ຮັບປະກັນໃຫ້ສັງຄົມມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຍຸຕິທຳ.
ມີ 3 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 11 |
![]() | ມື້ວານນີ້ | 62 |
![]() | ອາທິດນີ້ | 407 |
![]() | ເດືອນນີ້ | 2102 |
![]() | ທັງໝົດ | 135261 |