Slide Top

  • ​ພິ​ທີວາງ​ພວງ​ມາ​ລາ ແລະ ກະ​ຕາ​ດອກ​
  • ​ການເຜີຍ​ແຜ່​ ແລະ ແນະ​ນຳ​ກ່ຽວ​ກັບ​
  • ພິທີເປີດຮຽນສະໜັບສະໜູນພັກໃຫ້ມະຫາຊົ
​ພິ​ທີວາງ​ພວງ​ມາ​ລາ ແລະ ກະ​ຕາ​ດອກ​ໄມ້​​ລະ​ນຶກສອງວັນ​ປະ​ຫວັດ​ສາດ

​ພິ​ທີວາງ​ພວງ​ມາ​ລາ ແລະ ກະ​ຕາ​ດອກ​ໄມ້​​ລະ​ນຶກສອງວັນ​ປະ​ຫວັດ​ສາດ

            ຕອນ​ເຊົ້າ​ວັນ​ທີ 22 ມີ​ນາ 2023  ທ່ານ ບົວຄົງ ...
​ການເຜີຍ​ແຜ່​ ແລະ ແນະ​ນຳ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ເອ​ກະ​ສານ

​ການເຜີຍ​ແຜ່​ ແລະ ແນະ​ນຳ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ເອ​ກະ​ສານ

​ການເຜີຍ​ແຜ່​ ແລະ ແນະ​ນຳ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ເອ​ກະ​ສານ​ ໃນວັນທີ 10 ມີນາ 2023 ...
ພິທີເປີດຮຽນສະໜັບສະໜູນພັກໃຫ້ມະຫາຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າພັກ  ໃນວັນທີ 20-21ຕຸລາ 2022

ພິທີເປີດຮຽນສະໜັບສະໜູນພັກໃຫ້ມະຫາຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າພັກ ໃນວັນທີ 20-21ຕຸລາ 2022

ຂະແໜງອົບຮົມ ຄະນະໂຄສະນາອົບຮົມແຂວງ ໄດ້ເປີດຮຽນສະໜັບສະໜູນພັກໃຫ້ມະຫາຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າພ...
Previous
Next

ຂ່າວໃໝ່

ພິທີຮັບໃບຢັ້ງຢືນໜ່ວຍພັກຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ

ພິທີຮັບໃບຢັ້ງຢືນ

ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ  2020

ຂອງໜ່ວຍພັກຄະນະໂຄສະນາອົບຮົມແຂວງ ວັນທີ 10 ມິຖຸນາ 2021

        ໜ່ວຍພັກຄະນະໂຄສະນາ-ອົບຮົມແຂວງ ຈັດພິທີ ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2020 ຂຶ້ນທີ່ຫ້ອງປະຊຸມຂອງຄະນະໂຄສະນາ-ອົບຮົມແຂວງ ໃນວັນທີ 10 ມິຖຸນາ 2021 ໃຫ້ກຽດເປັນປະທານຂອງສະຫາຍ ຄອນສະຫວັນ ຊາພັກດີ ກຳມະການພັກແຂວງ, ເລຂາໜ່ວຍພັກ ຫົວໜ້າຄະນະໂຄສະນາ-ອົບຮົມແຂວງ ມີບັນດາແຂກຖືກເຊີນ ແລະ ສະມາຊິກພັກພາຍໃນໜ່ວຍເຂົ້າຮ່ວມທັງໝົດ 20 ສະຫາຍ, ຍິງ 7 ສະຫາຍ.

        ຄະນະພັກໄດ້ຜ່ານທິດທາງແຜນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2021 ແລະ ຜ່ານມະຕິຕົກລົງ ວ່າດ້ວຍການຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2020, ໃຫ້ກຽດຂຶ້ນມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນຄັ້ງນີ້ໂດຍສະຫາຍ ຄອນສະຫວັນ ຊາພັກດີ ກຳມະການພັກແຂວງ, ເລຂາໜ່ວຍພັກ ແລະ ຂຶ້ນຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໂດຍສະຫາຍ ອຸດົມການ ແກ້ວພວງເພັດ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ. ໜ່ວຍພັກຄະນະໂຄສະນາ-ອົບຮົມແຂວງ ແມ່ນໜ່ວຍພັກເອກະລາດທີ່ຂຶ້ນກັບການຊີ້ນຳ-ນຳພາຂອງຄະນະປະຈຳພັກແຂວງໂດຍກົງ,ມີພາລະບົດບາດເປັນເສນາທິການທາງດ້ານວຽກງານການເມືອງ-ແນວຄິດ ແລະ ທິດສະດີຂອງພັກໃຫ້ຄະນະພັກ ຄະນະບໍລິຫານງານພັກແຂວງໃນການຄົ້ນຄວ້າເນື້ອໃນ ແລະ ເຜີຍແຜ່ເອກະສານ, ການຈັດຕັ້ງຜັນຂະຫຍາຍບັນ ດາມະຕິ, ຄຳສັ່ງ, ແນວທາງນະໂຍບາຍຂອງພັກ ແລະ ມູນເຊື້ອ ຕ່າງໆຂອງພັກ-ຂອງຊາດ.

       ໂອກາດນີ້ສະຫາຍ ຄອນສະຫວັນ ຊາພັກດີ ກຳມະການພັກແຂວງ, ເລຂາໜ່ວຍພັກ ຫົວໜ້າຄະ ນະໂຄສະນາ-ອົບຮົມແຂວງ    ໄດ້ເນັ້ນໜັກໃຫ້ບັນດາສະຫາຍສະມາຊິກພັກສົມບຸນ, ສຳຮອງຂອງຄະນະໂຄສະນາ-ອົບຮົມແຂວງ ຈົ່ງເອົາໃຈໃສ່ສຶບຕໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜັ້ນ, ຄົ້ນຄວ້າເຊື່ອມຊຶມບັນ ດາແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ຂໍ້ກຳນົດ ແລະ ມະຕິຄຳສັ່ງຕ່າງໆຂອງພັກ, ຮັກສາມູນເຊື້ອໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໄວ້ໃຫ້ຢືນຢົງຕຈະຫຼອດໄປ. ພ້ອມນັ້ນ ໄດ້ສຶບຕໍ່ຜ່ານມະຕິຕົກລົງ ວ່າດ້ວຍການຍົກຍ້າຍບ່ອນປະຈຳການຂອງພະນັກງານ ໂດຍອິງຕາມ ຜົນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II ປະຈຳດເຂດເລືອກຕັ້ງທີ 5 ແຂວງ ບໍ່ແກ້ວ ຄັ້ງວັນທີ 21 ກຸມພາ 2021, ຄະນະປະຈຳພັກແຂວງ ຕົກລົງເຫັນດີຍົກຍ້າຍ ສະຫາຍ ນາງ ບົວຄົມ ຂານສຸວົງ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄປປະຈຳການຢູ່ສະພາປະຊາຊົນແຂວງ.

ສາຍພົວພັນລາວ-ຫວຽດນາມ

ຄຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ່ X ຂອງພັກ

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 45 ປີ

ຊົມເຊີມວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 60 ປີ

ວີດີໂອ....

ວາລະສານອາລຸນໃໝ່

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

                     

                                                             

ຈຳນວນຄົນອອນໄລ໌ທ

ມີ 6  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

165411
ມື້ນີ້ມື້ນີ້40
ມື້ວານນີ້ມື້ວານນີ້97
ອາທິດນີ້ອາທິດນີ້112
ເດືອນນີ້ເດືອນນີ້527
ທັງໝົດທັງໝົດ165411