ຄະນະພັກ, ຄະນະນຳຂອງ ແຂວງ ບໍ່ແກ້ວ 50 ກວ່າ ສະຫາຍວາງພວງມາລາ ທີ່ອະນຸສາວະລີນັກຮົບນິລະນາມ (ຄ້າຍປ່າໄລ)
ແລະ ວາງກະຕ່າດອກໄມ້ ທີ່ອະນຸສອນສະຖານ ປະທານ ໄກສອນ ພົມວິຫານ.
ຕອນເຊົ້າຂອງວັນທີີ 22 ມີນາ 2021 ນີ້ ແຂວງ ບໍ່ແກ້ວ ໄດ້ຈັດພິທີວາງພວງມາລາ ທີ່ອະນຸສາວະລີນັກຮົບນິລະນາມ (ຄ້າຍປ່າໄລ) ແລະ ວາງກະຕ່າດອກໄມ້ ທີ່ອະນຸສອນສະຖານ ປະທານ ໄກສອນ ພົມວິຫານ ເນື້ອໃນວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 66 ປີ ແລະ ວັນຄຽດແຄ້ນ ຂອງປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 75 ປີ ໃຫ້ກຽດວາງພວງມາລາ ແລະ ກະຕ່າດອກໄມ້ໃນຄັ້ງນີ້ໂດຍສະຫາຍ ເພັງສອນ ແກ້ວວິໄລ ຮອງເລຂາພັກແຂວງ, ຮອງເຈົ້າແຂວງໆ ບໍ່ແກ້ວ. ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າບັນດາພະແນກການອ້ອມຂ້າງແຂວງ ແລະ ຄະນະພັກ, ຄະນະນຳຂອງເມືອງ ຫ້ວຍຊາຍເຂົ້າຮ່ວມ 50 ກວ່າສະຫາຍ.
ພິທີວາງພວງມາລາ ແລະ ວາງກະຕ່າດອກໄມ້ໃນຄັ້ງນີ້ເພື່ອເປັນການຫວນຄືນມູນເຊື້ອປະຫວັດສາດ, ມູນເຊື້ອອັນດີງາມຂອງຜູ້ນຳພັກ-ລັດ ແລະ ເພື່ອສະແດງຄວາມອາໄລຮັກຢ່າງສຸດຊຶ່ງ, ຄວາມກະຕັນຍູຮູ້ບຸນຄຸນຕໍ່ປະທານ ໄກສອນ ພົມວິຫານ ອາດິດການນຳສູງສຸດຂອງພັກ ຜູ້ກໍ່ຕັ້ງພັກ ປະຊາຊົນ ປະຕິວັດລາວ , ຜູ້ສ້າງຕັ້ງກອງທັບ ປະຊາຊົນລາວ ແລະ ຜູ້ວາງແນວທາງປ່ຽນແປງໃໝ່ຂອງພັກທີ່ສະຫຼາດສ່ອງໃສຍ້ອນພາລະກິດ ແລະ ບຸນຄຸນອັນຍິ່ງໃຫຍ່ຂອງທ່ານ ປະທານ ໄກສອນ ຂອງພວກເຮົາ ຈຶ່ງຫຼຸດພົ້ນອອກຈາກການກົດຂີ່ຂູດຮີດຂອງພວກສັກດີນາ ແລະ ພວກລ່າເມືອງຂຶ້ນ ສາມາດຍາດໄດ້ໄຊຊະນະຢ່າງສົມບູນ, ປະເທດຊາດໄດ້ຮັບການພັດທະນາກ້າວຂຶ້ນຢ່າງບໍ່ຢຸດຢັ້ງ, ຜົນງານ ແລະ ຄຸນງາມຄວາມດີຂອງທ່ານ ແມ່ນໄດ້ຝັງໄວ້ໃນດວງໃຈຂອງປະຊາຊົນລາວທັງຊາດຢ່າງບໍ່ມີວັນຫຼົງລືມ ແລະ ຊາວແຂວງບໍ່ແກ້ວ ເຂົ້າມານ້ອມເຄົາລົບບູຊາຕໍ່ນັກຮົບນິລະນາມ, ນາຍ ແລະ ພົນທະຫານ ຢູ່ສະຖານທີ່ອັນສັກສິດແຫ່ງນີ້ີ້, ທັງນີ້ກໍເພື່ອສະແດງເຖິງຄວາມອາໄລຮັກ, ຄວາມກະຕັນຍູຮູ້ບຸນຄຸນຢ່າງລົ້ນເຫລືອຕໍ່ຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫລວງໂດດເດັ່ນທີ່ນັກຮົບນິລະນາມ, ນາຍ ແລະ ພົນທະຫານ ໄດ້ສ້າງໄວ້ໃຫ້ພັກ-ລັດ ແລະ ປວງຊົນລາວທັງຊາດ ເຊິ່ງພວກທ່ານໄດ້ເສຍສະຫລະເລືອດເນື້ອ ແລະ ຊີວິດເພື່ອຍາດເອົາເອກະລາດມາໃຫ້ປະເທດຊາດ ເຮັດໃຫ້ປະຊາຊົນບັນດາເຜົ່າໄດ້ດໍາລົງຊີວິດໃນດິນແດນອັນອຸດົມສົມບູນ ແລະ ສ້າງສາພັດທະນາປະເທດຊາດມາຈົນເຖິງທຸກວັນນີ້.
ມີ 11 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 11 |
![]() | ມື້ວານນີ້ | 63 |
![]() | ອາທິດນີ້ | 148 |
![]() | ເດືອນນີ້ | 531 |
![]() | ທັງໝົດ | 183654 |