ສະຫາຍ ຄອນສະຫວັນ ຊາພັກດີ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ ໄດ້ເຊື່ອມຊຶມຄຳແນະນຳກ່ຽວກັບການຫັນປ່ຽນແບບແຜນການດຳລົງຊິວິດປົກກະຕິແບບໃໝ່ໃຫ້ພະນັກງານ-ລັດຖະກອນ ແລະ ສະມາຊິກພັກພາຍໃນຄະນະໂຄສະນາອົບຮົມແຂວງ ໃນຕອນເຊົ້າຂອງວັນທີ 17 ກຸມພາ 2021 ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ. ມີຫົວໜ້າ, ຮອງຫົວໜ້າຄະນາໂຄສະນາອົບຮົມແຂວງ, ຫົວໜ້າ, ຮອງຫົວໜ້າຂະແໜງ, ສະມາຊິກພັັກ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ
ໃນປັດຈຸບັນສະພາບການຂອງໂລກ, ພາກພື້ນ ແລະ ປະເທດໃກ້ຄຽງ ການລະບາດຂອງພະຍາດໂຄວິດ 19 ຍັງມີທ່າອ່ຽງເພິ່ມຂຶ້ນເລື້ອຍໆ ແລະ ກໍຍັງບໍ່ມີປະເທດໃດສາມາດສະກັດກັ້ນໄດ້ຢ່າງຂາດຕົວ ເນື່ອງຈາກເຊື້ອພະຍາດດັ່ງກ່າວໄດ້ກ່າຍພັນເປັນສາຍພັນໃໝ່ ສະເພາະຢູ່ ສປປ ລາວ ເປັນຕົ້ນແມ່ນແຂວງ ບໍ່ແກວຂອງພວກເຮົາ ຍິງມີຄວາມສ່ຽງສູງທີ່ຈະຕິດເຊື້ອພະຍາດ, ຍ້ອນວ່າແຂວງ ບໍ່ແກ້ວມີຊາຍແດນຕິດກັບບັນດາປະເທດທີ່ມີການແຜ່ລະບາດຂອງພະຍາດດັ່ງກ່າວ. ສະນັ້ນ, ເພື່ອເປັນພັນຂະຫຍາຍເນື້ອໃນຈິດໃຈຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ. ຫັນປ່ຽນແບບແຜນການດຳລົງຊິວິດແບບໃໝ່ໃນທົ່ວສັງຄົມໃຫ້ເປັນເອກະພາບ ແລະ ເຂັ້ມງວດຂຶ້ນຕຶ່ມ.
ມີ 3 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 17 |
![]() | ມື້ວານນີ້ | 62 |
![]() | ອາທິດນີ້ | 413 |
![]() | ເດືອນນີ້ | 2108 |
![]() | ທັງໝົດ | 135267 |