ເມືອງຫ້ວຍຊາຍສຳເລັດການຝຶກອົບຮົມຄວາມຮູ້ພື້ນຖານກ່ຽວກັບວຽກງານໂຄສະນາປາຖະກະຖາໃຫ້ພະນັກງານຫຼັກແຫຼ່ງຂັ້ນເມືອງ ຄັ້ງທີ II ປີ 2020
ເມືອງຫ້ວຍຊາຍສຳເລັດການຝຶກອົບຮົມຄວາມຮູ້ພື້ນຖານກ່ຽວກັບວຽກງານໂຄສະນາປາຖະກະຖາໃຫ້ພະນັກງານຫຼັກແຫຼ່ງຂັ້ນເມືອງ, ຄະນະພັກຮາກຖານບ້ານ 8 ບ້ານ ແລະ 10 ບ້ານກຸ່ມພິບຸນທອງ ຢູ່ທີ່ສູນຝືກອົບຮົມ ເມືອງຫ້ວຍຊາຍ ໃນວັນທີ 14 ສິງຫາ 2020 ໃຫ້ກຽດເປັນປະທານ ຂອງທ່ານ ຫົງແກ້ວ ວິໄນວົງ ເລຂາພັກເມືອງ ເຈົ້າເມືອງໆ ຫ້ວຍຊາຍ ໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ບົວລີ ບັນຊາລິດ ຄະນະພັກ, ຫົວໜ້າກົມໂຄສະນາສູນກາງພັກ, ມີບັນດາຄະນະປະຈຳ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ຄະນະພັກຮັກຖານບ້ານ ຕະຫຼອດຮອດພາກສ່ວນກ່ຽວຂ້ອງຂັ້ນແຂວງ ແລະ ຂັ້ນເມືອງເຂົ້າຮ່ວມ. ໃນນັ້ນ
ມີນັກສຳມະນາກອນເຂົ້າຮ່ວມທັງໝົດ 49 ສະຫາຍ, ຍິງ 8 ສະຫາຍ, ໃນນັ້ນຄະນະປະຈຳພັກເມືອງ 1 ສະຫາຍ, ຍິງ 0 ສະຫາຍ, ກຳມະການພັກເມືອງ 5 ສະຫາຍ, ຍິງ 1 ສະຫາຍ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ 1 ສະຫາຍ, ຍິງ 0 ສະຫາຍ, ຫົວໜ້າຫ້ອງການອ້ອມຂ້າງເມືອງຫ້ວຍຊາຍ 5 ສະຫາຍ, ຍິງ 0 ສະຫາຍ, ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງຫ້ວຍຊາຍ 18 ສະຫາຍ, ຍິງ 3 ສະຫາ, ເລຂາ-ຮອງເລຂາພັກບ້ານ 18 ສະຫາຍ, ຍິງ 3 ສະຫາຍ ແລະ ວິຊາການຂະແໜງໂຄສະນາ-ປາຖະກະຖາ 1 ສະຫາຍ, ຍິງ 0 ສະຫາຍ.
ມີ 4 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 53 |
![]() | ມື້ວານນີ້ | 71 |
![]() | ອາທິດນີ້ | 29 |
![]() | ເດືອນນີ້ | 441 |
![]() | ທັງໝົດ | 136387 |