ຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວໄດ້ໄດ້ຈັດພິທີໂຮມຊຸມນຸມໃຫຍ່ສະເຫຼີມສະຫຼອງ ວັນສະຖາປະນາ ຄົບຮອບ 45 ປີ ແລະ ວັນເກີດທ່ານ ໄກສອນ ພົມວິຫານ ຄົບຮອບ 100 ປີ ໃນວັນທີ 8 ທັນວາ 2020 ຢູ່ທີຫໍວັດທະນະທຳແຂວງ ບໍ່ແກ້ວ ໃຫ້ກຽດຂຶ້ນເລົ່າມູນເຊື້ອໂດຍ ສະຫາຍ ປອ ບົວຄົງ ນາມມະວົງ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໆ ບໍ່ແກ້ວ ເປົ້າໝາຍເຂົ້າຮ່ວມມີ ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ-ກົມກອງ, ສະມາຊິກພັກ, ພະນັກງານ-ລັດຖະກອນອ້ອມຂ້າງແຂວງ, ມີພະນັກງານບຳນາມ ແລະ ພໍ່ແມ່ປະຊາຊົນ 8 ບ້ານໃນເທດສະບານແຂວງເຂົ້າຮ່ວມມີທັງໝົດ 980 ສະຫາຍ.
ໃນງານໂຮມຊຸມນຸມ ອັນມີຄວາມໝາຍສຳຄັນນີ້ ສະຫາຍ ປອ ບົວຄົງ ນາມມະວົງ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໆ ບໍ່ແກ້ວ ກໍໄດ້ຂືຶ້ນເລົ່າມູນເຊື້ອໃນງານໂຮມຊຸມນຸມ ສະຫາຍ ໄດ້ຫວນຄືນເຖິງ ປະຫວັດສາດແຫ່ງການຕໍ່ສູ້ລຸກຮືຂຶ້ນຂອງປະຊາຊົນພາກໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ແລະ ການນຳພາກໍ່ຕັ້ງຖະນຸບຳລຸງ, ກໍ່ສ້າງພັກ, ນຳພາພາລະກິດຕໍ່ສູ້ກູ້ຊາດ, ນຳພາສ້າງຕັ້ງລະບອບໃໝ່ ແລະ ການນຳພາສ້າງສາພັດທະນາປະເທດຊາດຕາມຈຸດໝາຍສັງຄົມນິຍົມ ຂອງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນສະຫຼາດສ່ອງໃສ ແລະ ບັນດາເຫດການສຳຄັນຕ່າງໆ ທີ່ເປັນເງື່ອນໄຂໃຫ້ແກ່ການຍຶດອຳນາດການປົກຄອງຢ່າງສົມບູນມາສູ່ກຳມືຂອງປະຊາຊົນລາວ ແລະ ພາຍໃຕ້ການນຳພາໂດຍກົງຂອງສູນກາງພັກເຊິ່ງມີປະທານ ໄກສອນ ພົມວິຫານເປັນ ຫົວໜ້າ ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດ ໄດ້ໄຂຂຶ້ນຢ່າງສະຫງ່າ ຜາເຜີຍໃນວັນທີ 2 ທັນວາ ປີ 1975 ພ້ອມທັງປະກາດລົບລ້າງອຳນາດການປົກຄອງເກົ່າ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປີດສັງກາດໃໝ່ເປັນແຫຼ່ງເອກະລາດ ອິດສະຫຼະພາບ ແລະ ຄວາມເປັນເຈົ້າອັນແທ້ຈິງຂອງປະຊາຊົນບັນດາເຜົ່າ.
ໃນບົດສະຫາຍ ຍັງໄດ້ຍົກໃຫ້ເຫັນຜົນງານໃນໄລຍະຜ່ານມາໃນພາລະກິດປ່ຽນແປງໃໝ່ທີ່ໄດ້ເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວໄດ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ, ໝັ້ນທ່ຽງ, ປະເທດຊາດມີສະຖຽນລະພາບ ປະຊາຊົນມີຄວາມຜາສຸກ, ປະຊາຊົນພາຍໃນແຂວງໄດ້ມີໃບໜ້າອັນໃໝ່, ສັງຄົມມີຄວາມສີວິໄລ-ສະຫງົບປອດໄພ, ນັ້ນແມ່ນຜົນງານຄະນະພັກ, ອົງການປົກຄອງທຸກຂັ້ນ ແລະ ປະຊາຊົນບັນດາເຜົ່າ ແຂວງ ບໍ່ແກ້ວ ຍາດມາໄດ້ນັບແຕ່ສ້າງຕັ້ງແຂວງ ບໍ່ແກ້ວ ມາຮອດປະຈຸບັນ; ນອກນັ້ນໃນບົດປາໄສ ຍັງຍົກໃຫ້ເຫັນອິກຕຶ່ມເຖິງດ້ານຄົງຄ້າງທີ່ເລັ່ງທວງໃຫ້ຄະນະນຳຂອງພັກ, ອົງການປົກຄອງທຸກຂັ້ນ, ສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າຈະຕ້ອງໄດ້ເປັນເຈົ້າການຮີບຮ້ອນແກ້ໄຂຢ່າງຕ່າງໜ້າ.
ມີ 11 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 8 |
![]() | ມື້ວານນີ້ | 63 |
![]() | ອາທິດນີ້ | 145 |
![]() | ເດືອນນີ້ | 528 |
![]() | ທັງໝົດ | 183651 |