Slide Top

  • ແຂວງບໍ່ແກ້ວ ເຊື່ອມຊຶມ ມະຕິ ກອງປະຊຸມ
  • ພິທີເປີດຮຽນສະໜັບສະໜູນພັກໃຫ້ມະຫາຊົ
  • ໜ່ວຍຊາວໜຸ່ມຄະນະໂຄສະນາອົບຮົມແຂວງ ຈັ
 ແຂວງບໍ່ແກ້ວ ເຊື່ອມຊຶມ ມະຕິ ກອງປະຊຸມ ວຽກງານການເມືອງ-ແນວຄິດ ທົ່ວແຂວງ ຄັ້ງທີ I

ແຂວງບໍ່ແກ້ວ ເຊື່ອມຊຶມ ມະຕິ ກອງປະຊຸມ ວຽກງານການເມືອງ-ແນວຄິດ ທົ່ວແຂວງ ຄັ້ງທີ I

 ກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວແຂວງ ບໍ່ແກ້ວ ຄັ້ງທີ I ວັນທີ 27 ມິຖຸນາ 2023 ...
ພິທີເປີດຮຽນສະໜັບສະໜູນພັກໃຫ້ມະຫາຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າພັກ  ໃນວັນທີ 20-21ຕຸລາ 2022

ພິທີເປີດຮຽນສະໜັບສະໜູນພັກໃຫ້ມະຫາຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າພັກ ໃນວັນທີ 20-21ຕຸລາ 2022

ຂະແໜງອົບຮົມ ຄະນະໂຄສະນາອົບຮົມແຂວງ ໄດ້ເປີດຮຽນສະໜັບສະໜູນພັກໃຫ້ມະຫາຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າພ...
ໜ່ວຍຊາວໜຸ່ມຄະນະໂຄສະນາອົບຮົມແຂວງ ຈັດພິທີປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2022  ໃນວັນທີ 25 ຕຸລາ 2022

ໜ່ວຍຊາວໜຸ່ມຄະນະໂຄສະນາອົບຮົມແຂວງ ຈັດພິທີປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2022 ໃນວັນທີ 25 ຕຸລາ 2022

ໜ່ວຍຊາວໜຸ່ມຄະນະໂຄສະນາອົບຮົມແຂວງ ຈັດພິທີປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 20...
Previous
Next

ຂ່າວໃໝ່

ສຳເລັດການປະເມີນລັດຖະກອນຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ ປະຈຳປີ 2020

         ຄະນະ​ໂຄສະນາ-ອົບຮົມ​ແຂວງ ບໍ່ແກ້ວ ໄດ້​ຈັດກອງປະຊຸມຕີລາຄາ​ການ​ປະ​ເມີນ​ຜົນງານຂອງພະນັກງານ-ລັດຖະກອນ ປະຈຳປີ 2020 ຂຶ້ນ​ໃນ​ ລະຫວ່າງ​ວັນ​ທີ 10-11 ພະຈິກ 2020 ຢູ່ທີ່ຫ້ອງ​ປະຊຸມຄະນະ​ໂຄສະນາອົບຮົມ​ແຂວງ ​ໃຫ້​ກຽດ​ເປັນ​ປະທານ ໂດຍທ່ານ ສຸກຂະ ຫຼຽນທອງຄຳ ຄະນະປະຈຳພັກແຂວງ ປະທານຄະນະ​ກວດກາພັກ-ລັດແຂວງ, ມີບັນດາ​ແຂກ​ຮັບ​ເຊີນ ຕະຫຼອດ​ຮອດພະນັກງານ​ລັດຖະກອນ​ເຂົ້າ​ຮ່ວມ ມີຜູ້ເຂົ້າຮ່ວມທັງໝົດ 21 ທ່ານ, ຍິງ 7 ທ່ານ ໃນນັ້ນສະມາຊິກພັກ 19 ສະຫາຍ, ຍິງ 6 ສະຫາຍ.

        ປະ​ທານ​ກອງ​ປະຊຸມ​ໄດ້​ໃຫ້​ຮູ້​ວ່າ ການ​ປະ​ເມີນ​ຜົນ​ແມ່ນ​ການ​ກວດກາ​ນຄືນ​ການ​ປະຕິບັດ​ວຽກ​ງານ​ຂອງ​ພະນັງ​ການ​ລັດຖະກອນ​ໃນ​ໜຶ່ງ​ປີຜ່ານ​ມາ ຊອກ​ໃຫ້​ເຫັນ​ດ້ານ​ດີ​-ຜົນງານ ​ແລ​ະ ດ້ານ​ອ່ອນ-ຂໍ້ຄົງ​ຂ້າງ ເພື່ອ​ນຳ​ມາປັບປຸງ​​ແກ້ໄຂ​ໃຫ້​ດີຂຶ້ນ​ສາມາດ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າທີ່​ການ​ເມືອງ.

        ພ້ອມທັງໄດ້​ຜ່ານ​ກ​ົດໝາຍ​ວ່າ​ດ້ວຍພະນັກງານ-ລັດຖະກອນ ​ແລະ ປະທານ ກອງ​ປະຊຸມ​ໄດ້​ຜ່ານ ດຳ​ລັດ ​ວ່າ​ດ້ວຍ​ການ​ປະ​ເມີນ​ຜົນ​ການ​ປະຕິບັດ​ວຽກ​ງານ​ຂອງ​ພະນັກງານ-ລັດຖະກອນ ​ແລະ ຄຳ​ແນະນຳ ຂອງ​ພະ​ແນ​ກພາຍ​ໃນວ່າ​ດ້ວຍ​ການ​ປະ​ເມີນ​ຜົນ​ການ​ປະຕິບັດ​ວຽກ​ງານ​ຂອງ​ພະນັກງານ-ລັດຖະກອນ. ​ເອກະສານ​ດັ່ງກ່າວ​ແມ່ນ​ໄດ້​ກຳນົດ​ຫຼັກການ, ລະບຽບການ, ມາດຖານເງື່ອນ​ໄຂ​ຂອງ​ການຈັດ​ຕັ້ງປະຕິບັດການ​ເຄື່ອນ​ໄຫວ, ສິດ ​ແລະ ໜ້າ​ທີ່ຂອງ​ຜູ້​ຖືກ​ປະ​ເມີນ ​ແລະ ຜູ່​ປະ​ເມີນ, ການ​ຕິດຕາມ​ກວດກາ​ຂອງ​ວຽກງານ​ຂອງພະນັກງານ​ລັດຖະກອນ ​ເພື່ອ​ເຮັດ​ໃຫ້ ການ​ຈັດ​ຕັ້ງ​ພັກ-ລັດ, ອົງການ​ຈັດ​ຕັ້ງ​ມາ​ຫາ​ຊົນມີ​ຄວາມ​ໜັກ​ແໜ້ນ ​ແລະ ​ເຂັ້ມ​ແຂງ​ໃຫ້​ຖືກຕ້ອງ​ສອດຄ່ອງ​ ກັບ​ແນວທາງ​ນະ​ໂຍບາຍ​ພັກ ​ແລະ ລະບຽບ​ກົດໝາຍ​ຂອງ​ລັດ ຮັບປະກັນ​ຄວາມ​ເປັນ​ເອກະ​ພາບ​ຖືກຕ້ອງ​ກັບ​ຄວາມ​ເປັນ​ຈິງ. ການ​ປະ​ເມີນ​ໃນ​ຄັ້ງ​ນີ້​​ ແມ່ນຍົກ​ໃຫ້​ເຫັນ​ຜົນງານ​ທີ່​ຜົນ​ເດັ່ນ, ດ້ານ​ອ່ອນ-ຂໍ້ຄົງ​ຂ້າງ, ວິທີ​ແກ້​​ໄຂ​ໃນ​ຕໍ່ໜ້າ, ໝູ່ຄະນະປະກອບ​ຄຳ​ເຫັນ​ເພື່ອ​ເປັນ​ການ​ຕຳນິສົ່ງ​ຂ່າວ, ກໍ່ສ້າງຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ ​ໃຫ້​ມີ​ຄວາມ​ກ້າວໜ້າ ​ແລະ ຫ້າວຫັນ​ໃນ​ການ​ປະຕິບັດ​ໜ້າ​ທີ່​ວຽກ​ງານ​ໃນ​ຕໍ່ໜ້າ ພ້ອມ​ທັງ​ໃຫ້​ຄະ​ແນນ​ແບບ​ປິດ​ຫຼັບຂອງພະນັກງານ​-ລັດຖະກອນ​​ແຕ່​ລະສະ​ຫາຍ

ສາຍພົວພັນລາວ-ຫວຽດນາມ

ຄຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ່ X ຂອງພັກ

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 45 ປີ

ຊົມເຊີມວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 60 ປີ

ວີດີໂອ....

ວາລະສານອາລຸນໃໝ່

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

                     

                                                             

ຈຳນວນຄົນອອນໄລ໌ທ

ມີ 10  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

183650
ມື້ນີ້ມື້ນີ້7
ມື້ວານນີ້ມື້ວານນີ້63
ອາທິດນີ້ອາທິດນີ້144
ເດືອນນີ້ເດືອນນີ້527
ທັງໝົດທັງໝົດ183650