ມະຕິຕົກລົງ
ວ່າດ້ວຍທີ່ຕັ້ງ, ພາລະບົດບາດ, ສິດ ແລະ ຫນ້າທີ່
ຂອງຄະນະໂຄສະນາ-ອົບຮົມແຂວງ ບໍ່ແກ້ວ.
- ອີງຕາມ: ມະຕິຕົກລົງ ຂອງກົມການເມືອງສູນກາງພັກ ສະບັບ ເລກທີ 04/ກມສພ, ລົງ ວັນທີ 21/03/2013. ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຄະນະໂຄສະນາ-ອົບ ຮົມສູນກາງພັກ.
- ອີງຕາມ: ຄວາມຮຽກຮ້ອງຕ້ອງການ ຂອງຫນ້າທີ່ການເມືອງໃນສະເພາະຫນ້າ ແລະ ຍາວນານຂອງຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ.
- ອີງຕາມ: ການຄົ້ນຄ້ວາ ແລະ ນໍາສະເຫນີ ຂອງຄະນະຈັດຕັ້ງແຂວງ ບໍ່ແກ້ວ.
ຄະນະປະຈໍາພັກແຂວງ ບໍ່ແກ້ວ ຕົກລົງ
ຫມວດທີ I
ວ່າດ້ວຍທີ່ຕັ້ງ ແລະ ພາລະບົດບາດ.
ມາດຕາ 1: ທີ່ຕັ້ງ.
ຄະນະໂຄສະນາ-ອົບຮົມແຂວງ ຂຽນຊື່ຫຍໍ້ດ້ວຍຕົວອັກສອນ ( ຄອຂ ) ແມ່ນອົງການຈັດຕັ້ງຫນຶ່ງຂອງພັກ, ມີຖານະທຽບເທົ່າກັບບັນດາພະແນກການ ແລະ ອົງການຕ່າງໆ ຂັ້ນແຂວງ.
ມາດຕາ 2: ພາລະບົດບາດ.
ຄະນະໂຄສະນາ-ອົບຮົມແຂວງ ມີພາລະບົດບາດເປັນເສນາທິການ ແລະ ເປັນອົງການ ວິຊາສະເພາະໃຫ້ແກ່ຄະນະປະຈໍາພັກແຂວງ ແລະ ຄະນະບໍລິຫານງານພັກແຂວງ ດ້ານການດ ເນີນວຽກງານໂຄສະນາ-ອົບຮົມ ກໍຄືວຽກງານການເມືອງ-ແນວຄິດ: ຊ່ວຍຄະນະພັກໃນການ ສ້າງແຜນການ-ໂຄສະນາວຽກງານການເມືອງ-ແນວຄິດ ທັງເປັນຜູ້ດໍາເນີນການເຮັດຕົວຈິງ ແລະ ທັງຕິດຕາມຊຸກຍູ້, ກວດກາ ຕີລາຄາ ແລະ ສະຫຼຸບລາຍງານສະພາບ, ຮັບປະກັນໃຫ້ວຽກງານໂຄສະນາ-ອົບຮົມກໍ່ຄືວຽກງານການເມືອງ-ແນວຄິດ ຂອງຄະນະພັກເປັນໄປຕາມຫຼັກການລວມ ສູນເປັນເອກະພາບ.
ຫມວດທີ II
ວ່າດ້ວຍຫນ້າທີ່ ແລະ ຂອບເຂດສິດ.
ມາດຕາ 3: ຫນ້າທີ່.
3.1. ປະຕິບັດແນວທາງ ແລະ ມະຕິຂອງພັກກ່ຽວກັບວຽກງານການເມືອງ-ແນວຄິດກໍຄືການຊີ້ນໍາຂອງຄະນະໂຄສະ ນາ-ອົບຮົມສູນກາງພັກ ແລະ ຄະນະພັກແຂວງ ຢ່າງເປັນເຈົ້າການ-ເຂັ້ມງວດ ແລະ ມີປະສິດທິຜົນ.
3.2. ຫັນເອົາມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ, ໃຫ້ເປັນອັນລະອຽດ, ເປັນ ໂຄງການ, ແຜນງານ, ເພື່ອສ້າງເປັນເອກະສານເຜີຍແຜ່ໃຫ້ແກ່ເປົ້າຫມາຍຕ່າງໆ ໃນຄວາມຮັບ ຜິດຊອບຂອງຕົນ.
3.3. ຂຶ້ນແຜນການ, ໂຄງການໃຫ້ລະອຽດ, ໃນການບລຸງສ້າງຖັນແຖວພະນັກງານຜູ້ທີ່ ເຮັດວຽກງານການເມືອງ-ແນວຄິດ, ນັກໂຄສະນາ-ປາຖະກະຖາ, ໃຫ້ພຽງພໍທາງດ້ານຈໍານວນ ແລະ ຄຸນນະພາບ ເພື່ອຕອບສະຫນອງຄວາມຕ້ອງການຂອງວຽກງານໃນໄລຍະໃຫມ່.
3.4. ນໍາເອົາເອກະສານແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງ ຄົມຂອງແຂວງ ລະບຽບກົດຫມາຍຂອງລັດ, ເອກະສານໂຄສະນາ-ປາຖະກະຖາ ໃນໂອກາດວັນ ສາໍຄັນຂອງຊາດ, ຂອງພັກ, ຂອງການນ ໍາຂັ້ນສູງ, ສະພາບທີ່ພົ້ນເດັ່ນຢູ່ພາຍໃນ ແລະ ຕ່າງປະ ເທດ ເພື່ອໂຄສະນາ-ປາຖະກະຖາ ໃຫ້ພະນັກງານ, ສະມາຊິກພັກ, ທະຫານ, ຕໍາຫຼວດ ແລະ ພໍ່ຄ້າຊາວຂາຍ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າໃນທົ່ວແຂວງ.
3.5. ຈັດຝຶກອົບຮົມໃຫ້ພະນັກງານ, ສະມາຊິກພັກ, ຄະນະພັກຮາກຖານ ແລະ ພະນັກ ງານຂັ້ນຮາກຖານຕາມເນື້ອໃນເອກະສານອົບຮົມສະມາຊິກພັກ, ເປົ້າຫມາຍຂະຫຍາຍເຂົ້າພັກ,ເອກະສານອົບຮົມພະນັກງານຂັ້ນຮາກຖານ ແລະ ເອກະສານ ອື່ນໆ ໃຫ້ແຕ່ລະເປົ້າຫມາຍຢ່າງ ທົ່ວເຖິງ.
3.6. ກາໍແຫນ້ນສະພາບແນວຄິດ, ຫາງສຽງສັງຄົມ, ຖ້ອຍທໍານອງຂອງສັດຕູ ແລະ ກຸ່ມ ຄົນບໍ່ດີ ເພື່ອສ່ອງແສງລາຍງານໃຫ້ຂັ້ນເທິງເປັນປົກກະຕິ ແລະ ສະເຫນີມີວິທີການ, ມາດຕະ ການແກ້ໄຂຢ່າງທັນການ.
3.7. ປະສານສົມທົບກັບຄະນະພັກເມືອງ ແລະ ຫ້ອງການໂຄສະນາ-ອົບຮົມເມືອງ ເພື່ອ ສຶກສາອົບຮົມການເມືອງ-ແນວຄິດ ຢູ່ອ້ອມຂ້າງເມືອງ ແລະ ຮາກຖານບ້ານຢ່າງທົ່ວເຖິງ.
3.8. ສະຫຼຸບສັງລວມວຽກງານການເມືອງ-ແນວຄິດ ຈັດຕັ້ງບລຸງແນະນາໍວິຊາການ, ສະ ຫນອງເອກະສານທີ່ຈໍາເປັນໃຫ້ຄະນະໂຄສະນາ-ອົບຮົມເມືອງ ແລະ ຂະແຫນງການຕ່າງໆ.
ມາດຕາ 4: ຂອບເຂດສິດ.
4.1. ພົວພັນປະສານສົມທົບ, ຕິດຕາມ, ກວດກາ, ຊຸກຍູ້ ແລະ ປະກອບຄວາມເຫັນກ່ຽວ ກັບແຜນການ, ໂຄງການ ແລະ ການປັບປຸງຊັບຊ້ອນບຸກຄະລາກອນ ຂອງຄະນະໂຄສະນາ-ອົບ ຮົມແຂວງ, ເມືອງ ໃນຄວາມຮັບຜິດຊອບຂອງຕົນ.
4.2. ເຂົ້າຮ່ວມກອງປະຊຸມຕ່າງໆ ແລະ ປະກອບຄໍາຄິດ-ຄໍາເຫັນ ທີ່ພົວພັນເຖິງວຽກ ງານ ການເມືອງ-ແນວຄິດ ທີ່ຂັ້ນເທິງ, ຂະແຫນງການ, ອົງການ, ທ້ອງຖິ່ນຈັດຂຶ້ນ.
4.3. ອອກຄາໍແນະນາໍ ແລະ ແຈ້ງການຕ່າງໆ ເຖິງຄະນະພັກຂະແຫນງການ-ອົງການ, ເມືອງຕ່າງໆ ພາຍໃນແຂວງ, ກ່ຽວກັບວຽກງານໂຄສະນາ-ອົບຮົມ.
4.4. ຮຽກໂຮມປະຊຸມພະນັກງານໂຄສະນາ-ອົບຮົມ ຫຼື ຜູ້ຮັບຜິດຊອບວຽກງານການ ເມືອງ-ແນວຄິດ ຈາກທ້ອງຖິ່ນ, ຂະແຫນງການ, ອົງການອ້ອມຂ້າງແຂວງ, ເພື່ອປຶກສາຫາລື, ຄົ້ນຄ້ວາ, ຫຼື ເຜີຍແຜ່ແນະນໍາກ່ຽວກັບທິດທາງ, ວິທີການ ແລະ ມາດຕະການດ ໍາເນີນວຽກງານ ໂຄສະນາ-ອົບຮົມ.
4.5. ຕົກລົງບັນຫາພາຍໃນຄະນະໂຄສະນາ-ອົບຮົມແຂວງ ເປັນຕົ້ນແມ່ນວຽກງານໂຄ ສະນາ; ການປັບປຸງກົງຈັກການ ຈັດຕັ້ງ, ການປະຕິບັດນະໂຍບາຍ, ການກໍ່ສ້າງ, ການບໍາລຸງຍົກລະດັບຄວາມຮູ້, ຄວາມສາມາດດ້ານຕ່າງໆ ຂອງພະນັກງານ-ລັດຖະກອນ ໃນຄວາມຮັບຜິດ ຊອບຂອງຕົນ.
4.6. ຈັດຕັ້ງປະຕິບັດງົບປະມານຂະແຫນງການຂອງຕົນໃຫ້ຖືກຕ້ອງຕາມລະບຽບຫຼັກການ ແລະ ການນໍາໃຊ້ພາຫະນະ, ວັດຖຸອຸປະກອນຕ່າງໆ ທີ່ພັກ-ລັດ ມອບຫນາຍໃຫ້ມີປະສິດທິຜົນ.
ໝວດທີ III
ວ່າດ້ວຍກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ.
ມາດຕາ 5: ໂຄງປະກອບກົງຈັກປະກອບມີ 1 ຫ້ອງການ ແລະ 3 ຂະແຫນງຄື:
5.1. ຫ້ອງການ.
5.2. ຂະແຫນງໂຄສະນາ ປາຖະກະຖາ, ຜ່ານສື່, ເຄື່ອນທີ.
5.3. ຂະແຫນງອົບຮົມ.
5.4. ຂະແຫນງຄົ້ນຄ້ວາສັງລວມ-ຫາງສຽງສັງຄົມ.
ມາດຕາ 6: ໂຄງປະກອບບຸກຄະລາກອນ.
6.1. ຄະນະໂຄສະນາ-ອົບຮົມແຂວງ ປະກອບດ້ວຍຫົວຫນ້າຄະນະ 1 ທ່ານ, ຮອງຫົວຫນ້າຄະນະຈໍານວນຫນຶ່ງ ຊຶ່ງໄດ້ຮັບການແຕ່ງຕັ້ງ ຫຼື ປົດຕາໍແຫນ່ງຈາກຄະນະປະຈໍາພັກແຂວງ ຕາມການສະເຫນີ ຂອງຄະນະຈັດຕັ້ງແຂວງ ໂດຍການເຫັນດີ ຂອງຄະນະໂຄສະນາ-ອົບຮົມສູນກາງພັກ,
6.2. ຫົວຫນ້າຄະນະໂຄສະນາ-ອົບຮົມແຂວງ ເປັນຜູ້ຮັບຜິດຊອບໂດຍກົງຕໍ່ຄະນະພັກຂັ້ນຕົ້ນ ແລະ ຕໍ່ຄະນະໂຄສະນາ-ອົບຮົມສູນກາງພັກ ກ່ຽວກັບຜົນສໍາເລັດ ແລະ ຂໍ້ບົກຜ່ອງຕ່າງໆ ໃນການປະຕິບັດຫນ້າທີ່ການເມືອງຂອງຕົນ.
6.3. ຮອງຫົວຫນ້າ ຄະນະໂຄສະນາ-ອົບຮົມແຂວງ ເປັນຜູ້ຊ່ວຍວຽກຫົວຫນ້າ ແລະ ຮັບຜິດຊອບວຽກງານໃດຫນຶ່ງຕາມການມອບຫມາຍຂອງຫົວຫນ້າ ແລະ ຫມູ່ຄະນະ.
6.4. ມີຫົວຫນ້າ-ຮອງຫົວຫນ້າ ຫ້ອງການ, ຫົວຫນ້າ-ຮອງຫົວຫນ້າ ຂະແຫນງ ທີ່ໄດ້ຮັບການແຕ່ງຕັ້ງ ຫຼື ປົດຕາໍແຫນ່ງຈາກຄະນະປະຈໍາພັກແຂວງ ໂດຍຜ່ານການເຫັນດີເປັນເອກະພາບ ແລະ ນຳສະເຫນີຂອງຄະນະໂຄສະນາ-ອົບຮົມແຂວງ ແລະ ມີພະນັກງານວິຊາການຈໍານວນຫນຶ່ງຕາມຄວາມຕ້ອງການຕໍາແຫນ່ງງານ.
ຫມວດທີ IV.
ວ່າດ້ວຍຫນ້າທີ່ຂອງແຕ່ລະຂະແຫນງ.
ມາດຕາ 7: ຫນ້າທີ່ຂອງຫ້ອງການ.
7.1. ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ພະນັກງານ, ລັດຖະກອນເຊັ່ນ: ບ່ອນເຮັດວຽກ, ສະຫນອງວັດຖຸອຸປະກອນ, ເຄື່ອງຮັບໃຊ້ຫ້ອງການ, ຄຸ້ມຄອງພາຫະນະ, ເຄຫາສະຖານ ແລະ ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍພາຍໃນ
ສໍານັກງານຂອງຕົນ.
7.2. ບໍລິຫານ-ບໍລິການຮັບໃຊ້ວຽກງານເຊັ່ນ: ຂາເຂົ້າ-ຂາອອກ, ສົ່ງເອກະສານ, ປົກປັກຮັກສາ ແລະ ເກັບມ້ຽນເອກະສານ, ການພິມ, ການອັດເອກະສານ ແລະ ອື່ນໆ ທີ່ກ່ຽວຂ້ອງ.
7.3. ຄຸ້ມຄອງພະນັກງານ, ການບລຸງກໍ່ສ້າງພະນັກງານ, ສັບຊ້ອນພະນັກງານ ແລະ ການປະຕິບັດນະໂຍບາຍຕ່າງໆ ຕໍ່ພະນັກງານ-ລັດຖະກອນ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງ ຕົນ.
7.4. ຂຶ້ນແຜນງົບປະມານ ແລະ ຄຸ້ມຄອງນໍາໃຊ້ງົບປະມານ ເຂົ້າໃນວຽກງານຕ່າງໆ ຕາມການຕົກລົງ ຂອງຄນະໂຄສະ ນາ-ອົບຮົມແຂວງ, ຂຶ້ນແຜນຄິດໄລ່ເງິນເດືອນພະນັກ ງານ-ລັດຖະກອນ ໃຫ້ຖືກຕ້ອງຕາມລະບຽບຫຼັກການ.
7.5. ປະຕິບັດຫນ້າທີ່ອື່ນໆ ຕາມການມອບຫມາຍ ຂອງຄະນະໂຄສະນາ-ອົບຮົມແຂວງ.
7.6. ຕິດຕາມ, ກວດກາເຕັກນິກການເຊື່ອມຕໍ່ລະບົບເຄືອຂ່າຍເອເລັກໂຕນິກ ລະຫວ່າງ ຄະນະໂຄສະນາ-ອົບຮົມສູນກາງພັກ ກັບຄະນະໂຄສະນາ-ອົບຮົມແຂວງ ແລະ ເມືອງ.
7.7. ຈັດຕັ້ງບລຸງຍົກລະດັບວິຊາການໄອທີ ໃຫ້ພະນັກງານໂຄສະນາ-ອົບຮົມ ຮູ້ນໍາໃຊ້ ເຕັກນິກ, ເຕັກໂນໂລຍີທີ່ທັນສະໄຫມ.
ມາດຕາ 8: ຫນ້າທີ່ຂອງຂະແຫນງໂຄສະນາ-ປາຖະກະຖາ.
8.1. ໂຄສະນາເຜີຍແຜ່ແນວທາງ ແລະ ນະໂຍບາຍຂອງພັກ-ກົດຫມາຍຂອງລັດ, ມູນເຊື້ອຂອງພັກ, ຂອງກອງທັບ, ຂອງຊາດ, ວັນເກີດທ່ານຜູ້ນໍາ, ຜົນສໍາເລັດຂອງການຈັດຕັ້ງປະຕິບັດແນວທາງ, ນະໂຍບາຍ ຂອງພັກ-ລັດ ແລະ ຂອງທ້ອງຖິ່ນຕົນ; ສະພາບການພົ້ນເດັ່ນທັງພາຍໃນ ແລະ ຕ່າງປະເທດເປັນແຕ່ລະໄລຍະຕາມຄວາມເຫມາະສົມ.
8.2. ເປັນເຈົ້າການປັບປຸງເນື້ອໃນເອກະສານໂຄສະນາ-ປາຖະກະຖາ ທີ່ຄະນະໂຄສະນາ-ອົບຮົມສູນກາງພັກສົ່ງໃຫ້ ເພື່ອໃຫ້ສອດຄ່ອງກັບສະພາບ, ຈຸດພິເສດ ແລະ ແທດເຫມາະກັບເປົ້າຫມາຍຂອງທ້ອງຖິ່ນຕົນ.
8.3. ເປັນເຈົ້າການສ້າງແຜນການ, ໂຄງການ ແລະ ຂຶ້ນແຜນງົບປະມານ ເພື່ອດໍາເນີນວຽກງານໂຄສະນາເປັນແຕ່ລະໄລຍະ.
8.4. ປະສານສົມທົບກັບຄະນະໂຄສະນາ-ອົບຮົມສູນກາງພັກ ເພື່ອຈັດຕັ້ງ ແລະ ດໍາເນີນ ການຝຶກອົບຮົມຍົກລະດັບໃຫ້ພະນັກງານຜູ້ເຮັດວຽກງານໂຄສະນາ-ປາຖະກະຖາ,ໂຄສະນາເຄື່ອນທີ່ ແລະ ໂຄສະນາຜ່ານສື່, ທັງນໍາພາຫນ່ວຍງານດັ່ງກ່າວໃຫ້ໄດ້ເຄື່ອນໄຫວຢ່າງມີປະສິດທິຜົນ.
8.5. ຈັດຕັ້ງກໍາເນີນວຽກງານກອງໂຄສະນາເຄື່ອນທີ່ໃຫ້ມີປະສິດທິຜົນສູງ, ປະສານສົມທົບກັບກອງໂຄສະນາເຄື່ອນທີ່ຂອງຄະນະໂຄສະນາ-ອົບຮົມສູນກາງພັກ ເພື່ອເຄື່ອນໄຫວໂຄສະນາຂາຍສາລະຄະດີຕ່າງໆ ແລະ ເກັບກ ໍາຂໍ້ມູນຄອບຄົວຕົວແບບໃນການຜະລິດເປັນສິນຄ້າ, ສ້າງເປັນສາລະຄະດີເພາຍໃນທ້ອງຖິ່ນຕົນເປັນແຕ່ລະໄລຍະ,
8.6. ຊຸກຍູ້, ຕິດຕາມການເຄື່ອນໄຫວວຽກງານໂຄສະນາເປັນປົກກະຕິ ແລະ ເກັບກຳຜົນສຳເລັດໃນການເຄື່ອນໄຫວວຽກງານ ເພື່ອລາຍງານໃຫ້ຄະນະປະຈໍາພັກແຂວງ, ແລະ ຄະນະໂຄສະນາ-ອົບຮົມສູນກາງພັກ.
ມາດຕາ 9: ຫນ້າທີ່ຂອງຂະແຫນງອົບຮົມ.
9 1. ຄົ້ນຄ້ວາກາໍແຫນ້ນມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງ, ແຕ່ລະສະໄຫມ ເພື່ອສ້າງເປັນເອກະສານເຜີຍແຜ່ ບັນດາເປົ້າຫມາຍຕ່າງໆ ຢູ່ພາຍໃນແຂວງ, ເມືອງ ໃຫ້ໄດ້ຢ່າງ
9.2. ຝຶກອົບຮົມບາລຸງຍົກລະດັບຄວາມຮູ້ທາງດ້ານທິດສະດີ, ແນວທາງໃຫ້ແກ່ພະນັກງານລັດ ຖະກອນຢູ່ຂັ້ນແຂວງ, ເມືອງ ຕາມເອກະສານອົບຮົມເປົ້າຫນາຍຕ່າງໆ ຂອງກົມອົບຮົມຄະນະ ໂຄສະນາ-ອົບຮົມສູນກາງພັກ.
9.3. ຈັດຕັ້ງຊຸດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ການ ຂ້າງບ້ານພັດທະນາໃຫ້ແກ່ເລຂາ, ຮອງເລຂາຫນ່ວຍພັກ, ນາຍບ້ານ, ຫົວຫນ້າຫນ່ວຍງານອົງການ ຈັດຕັ້ງຂອງບ້ານ ແລະ ປະຊາຊົນຢູ່ຂັ້ນຮາກຖານໃນທົ່ວແຂວງຂອງຕົນ.
9.4. ປະສານສົມທົບກັບພະແນກການ, ອົງການຕ່າງໆ ເພື່ອຈັດຕັ້ງຝຶກອົບຮົມເອກະສານ ເປົ້າຫມາຍຂະຫຍາຍເຂົ້າພັກ ໃຫ້ແກ່ເປົ້າຫນາຍຂະຫຍາຍພັກ ຂອງແຕ່ລະພະແນກການຂອງ ແຂວງ.
9.5. ຕິດຕາມກວດກາ ແລະ ຊຸກຍູ້ການຮຽນ, ການສອນ ວິຊາສຶກສາພົນລະເມືອງ, ວິຊາ ສັງຄົມການເມືອງ ຢູ່ບັນດາໂຮງຮຽນອະຊີວະສຶກສາ, ໂຮງຮຽນສາມັນຢູ່ແຂວງ.
9.6. ສ້າງແຜນການເຄື່ອນໄຫວວຽກງານ ຂອງຂະແຫນງການຕົນເອງ ໃນການຈັດຕັ້ງຝຶກ ອົບຮົມບັນດາເປົ້າຫມາຍຕ່າງໆ ໃຫ້ທັນເວລາ, ພ້ອມທັງສະຫຼຸບຕີລາຄາ, ປະເມີນຜົນບັ້ນຝຶກອົບ ຮົມໃນແຕ່ລະຄັ້ງ ເພື່ອລາຍງານຄະນະປະຈໍາພັກແຂວງ ແລະ ຄະນະໂຄສະນາ-ອົບຮົມສູນກາງພັກ.
ມາດຕາ 10: ຫນ້າທີ່ຂອງຂະແຫນງຄົ້ນຄ້ວາສັງລວມ..
10.1. ຄົ້ນຄ້ວາ ແລະ ສະຫຼຸບສັງລວມບັນຫາຕ່າງໆ ທີ່ບັນດາພະແນກການ-ກົມກອງ ຂອງແຂວງ, ບັນດາເມືອງທີ່ສ່ອງແສງການຈັດຕັ້ງປະຕິບັດວຽກງານການເມືອງ-ແນວຄິດ ແລະ ສ້າງແຜນການ, ເຮັດບົດສະຫຼຸບປະຈໍາເດືອນ, 3 ເດືອນ, 6 ເດືອນ ແລະ 1 ປີ ຂອງວຽກງານ ການເມືອງ-ແນວຄິດ ເພື່ອລາຍງານຄະນະໂຄສະນາ-ອົບຮົມ, ຄະນະປະຈໍາພັກແຂວງ ແລະ ຄະນະໂຄສະນາ-ອົບຮົມສູນກາງພັກ.
10.2. ຕິດຕາມ, ເກັບກໍາສະພາບແນວຄິດ, ຫາງສຽງສັງຄົມ ຂອງພະນັກງານ, ສະມາ ຊິກພັກ ແລະ ປະຊາຊົນບັນດາເຜົ່າ ທີ່ພົ້ນເດັ່ນເກີດຂຶ້ນໃນແຕ່ລະໄລຍະ, ເປັນໃຈກາງປະສານ ສົມທົບກັບຫນ່ວຍງານຫາງສຽງສັງຄົມຂອງແຂວງ ຈັດກອງປະຊຸມຮ່ວມແລກປ່ຽນປະຈໍາເດືອນ, ທັງ ສະຫຼຸບລາຍງານໃຫ້ຄະນະປະຈໍາພັກແຂວງ, ຄະນະໂຄສະນາ-ອົບຮົມສູນກາງພັກ.
10.3. ເຂົ້າຮ່ວມກອງປະຊຸມຄະນະໂຄສະນາ-ອົບຮົມແຂວງ ແລະ ເຮັດຫນ້າທີ່ບັນທຶກ ກອງປະຊຸມ, ແຈ້ງການ, ຂໍ້ຕົກລົງ, ຄໍາແນະນ, ບົດປາໄສ, ບົດໂອ້ລົມຕ່າງໆ ຂອງຄະນະໂຄ ສະນາ-ອົບຮົມ, ຄະນະປະຈໍາພັກແຂວງ.
ຫມວດທີ V.
ວ່າດ້ວຍຫຼັກການ ແລະ ແບບແຜນວິທີເຮັດວຽກ.
ມາດຕາ 11: ຫຼັກການ.
11.1. ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ ຕົກລົງເປັນຫມູ່ຄະນະກ່ຽວກັບ ແຜນການ, ການຈັດຕັ້ງພະນັກ ງານ ແລະ ການພົວພັນກັບຕ່າງປະເທດ, ປະຕິບັດລະບອບຫົວຫນ້າດຽວບົນພື້ນຖານການແບ່ງງານໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງ ເສີມຂະຫຍາຍຫົວຄິດ ປະດິດສ້າງຂອງພະນັກງານ ລັດຖະກອນທຸກລະດັບ.
11.2. ການເຄື່ອນໄຫວຂອງຄະນະໂຄສະນາ-ອົບຮົມແຂວງ ພະນັກງານລັດຖະກອນ ແມ່ນອີງໃສ່ລະບຽບກົດຫມາຍ ແລະ ລະບຽບການລວມຂອງແຂວງ, ນ ໍາເອົາແນວທາງຂອງພັກ ແລະ ລັດຖະບານ, ແຜນການວຽກງານຈຸດສຸມຂອງຄະນະປະຈໍາພັກແຂວງ, ມາຈັດຕັ້ງຜັນຂະ ຫຍາຍໃຫ້ໄດ້ຮັບຜົນ.
12.1. ແບບແຜນວິທີເຮັດວຽກ.
12.1. ເຮັດວຽກຢ່າງມີແຜນການ, ມີໂຄງການ, ມີເປົ້າຫນາຍປະຕິບັດ ແລະ ແກ້ໄຂວຽກ ງານຢ່າງມີຈຸດສຸມ ມີການຕິດຕາມກວດກາ ແລະ ສະຫຼຸບຖອດຖອນບົດຮຽນໃນແຕ່ລະວຽກງານ.
12.2. ປະຕິບັດລະບອບປະຊຸມປະຈໍາອາທິດ, ປະຈ ໍາເດືອນ, 3 ເດືອນ, 6 ເດືອນ ແລະ 1 ປີ ເພື່ອລາຍງານສະພາບການຈັດຕັ້ງປະຕິບັດວຽກງານຈັດຕັ້ງປະຕິບັດວຽກງານເປັນແຕ່ລະໄລ ຍະໃຫ້ຂັ້ນເທິງເປັນປົກກະຕິ.
ຫມວດທີ VI.
ວ່າດ້ວຍບົດບັນຍັດສຸດທ້າຍ.
ມາດຕາ 13: ກາປະທັບ ແລະ ງົບປະມານ.
13. 1. ຄະນະໂຄສະນາ-ອົບຮົມແຂວງ ມີກາປະທັບ 1 ຫນ່ວຍ ແລະ ຫ້ອງການ 1 ຫນ່ວຍ ເພື່ອໃຊ້ເຂົ້າໃນວຽກງານທາງລັດຖະການ.
13.2. ຄະນະໂຄສະນາ-ອົບຮົມແຂວງ ເປັນຫົວຫນ່ວຍງົບປະມານຂັ້ນຫນຶ່ງ ຊຶ່ງໄດ້ຮັບຈາກ ງົບປະມານຂອງລັດ ເພື່ອໃຊ້ຈ່າຍເຂົ້າໃນວຽກງານຂອງຕົນຄືກັບອົງການ, ພະແນກການອື່ນຂອງ ແຂວງ.
ມາດຕາ 14: ການຈັດຕັ້ງປະຕິບັດ.
ຄະນະໂຄສະນາ-ອົບຮົມ, ຫ້ອງວ່າການແຂວງ, ບັນດາພະແນກການ, ອົງການຂອງແຂວງ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດມະຕິຕົກລົງສະບັບນີ້ ຢ່າງເຂັ້ມງວດ.
ມາດຕາ 15: ຜົນສຳເລັດ.
ມະຕິຕົກລົງສະບັບນີ້ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ແລະ ປ່ຽນແທນມະຕິຕົກລົງ ສະບັບ ເລກທີ 72/ຄປພຂ, ລົງວັນທີ 10 ກັນຍາ 2001.
ມີ 9 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 8 |
![]() | ມື້ວານນີ້ | 63 |
![]() | ອາທິດນີ້ | 145 |
![]() | ເດືອນນີ້ | 528 |
![]() | ທັງໝົດ | 183651 |